ປະທານປະເທດ ຈະເດີນທາງເຂົ້າຮ່ວມກອງປະຊຸມ ໜຶ່ງແລວ ໜຶ່ງເສັ້ນທາງ ເພື່ອການຮ່ວມມືສາກົນ ຄັ້ງທີ 3 ຢູ່ ສປ ຈີນ ໃນວັນທີ 17-18 ຕຸລາ 2023

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ສີ ຈິ້ນຜີງ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຈະໄດ້ນຳພາຄະນະຜູ້ແທນຂັ້ນສູງ ຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເດີນທາງໄປເຂົ້າຮ່ວມກອງປະຊຸມ ໜຶ່ງແລວ ໜຶ່ງເສັ້ນທາງ ເພື່ອການຮ່ວມມືສາກົນ ຄັ້ງທີ 3 ພາຍໃຕ້ຫົວຂໍ້ “ການຮ່ວມມືໜຶ່ງແລວ ໜຶ່ງເສັ້ນທາງ ທີ່ມີຄຸນນະພາບສູງ: ຮ່ວມກັນພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນ (High-Quality Belt and Road Cooperation: Together for Common Development and Prosperity)” ໃນລະຫວ່າງວັນທີ 17-18 ຕຸລາ 2023 ທີ່ ນະຄອນຫຼວງປັກກິ່ງ ສປ ຈີນ.

#ຂ່າວພາຍໃນລາວພັດທະນາ #ປະທານປະເທດ #ລາວຈີນ