ການຄ້າ-ການລົງທຶນ ຂອງສິງກະໂປຢູ່ ສປປ ລາວ ມີຫລາຍກວ່າ 80 ໂຄງການ ລວມມູນຄ່າການລົງທຶນ 300 ກວ່າລ້ານໂດລາສະຫະລັດ

ວັນທີ 12 ຕຸລາ 2023, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ ຕ້ອນຮັບ ທ່ານ ອາລເບີດທ໌ ຈົວ (Albert Chua), ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ສິງກະໂປ ເຂົ້າຢ້ຽມພົບປະ ໃນໂອກາດທີ່ທ່ານພ້ອມຄະນະ ເດີນທາງມາຢ້ຽມ ຢາມເຮັດວຽກ ແລະ ເຂົ້າຮ່ວມ ກອງປະຊຸມປຶກສາຫາລືຂອງສອງກະຊວງການຕ່າງປະເທດ ລາວ-ສິງກະໂປ ຄັ້ງທີ I, ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ລາວ-ສິງກະໂປ ໃຫ້ມີບາດກ້າວອັນໃຫມ່ໃນອະນາຄົດ.
ສອງຝ່າຍ ສະແດງຄວາມຊົມເຊີຍຕໍ່ການຈັດກອງປະຊຸມປຶກສາຫາລື ຄັ້ງນີ້, ເຊິ່ງຈະໄດ້ເປັນພື້ນຖານອັນສຳຄັນໃນການສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືສອງຝ່າຍ ລາວ-ສິງກະໂປ ໃຫ້ກ້າວເຂົ້າສູ່ລ່ວງເລີກ ແລະ ມີຜົນສຳເລັດອັນໃໝ່ໃຫຍ່ກວ່າເກົ່າ ໃນຕໍ່ໜ້າ. ສອງຝ່າຍ ຕີລາຄາສູງຕໍ່ສາຍພົວພັນການທູດ ລາວ-ສິງກະໂປ ຕະຫຼອດໄລຍະ 49 ປີ (ເລີ່ມແຕ່ປີ 1974) ທີ່ສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງເປັນກ້າວໆມາ, ສະແດງອອກໃນການພົບປະແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງສອງປະເທດ, ການໄປມາຫາສູ່ກັນ ລະຫວ່າງ ປະຊາຊົນດ້ວຍກັນ, ການພົວພັນຮ່ວມມືຂອງບັນດາຫົວຫນ່ວຍທຸລະກິດ, ການຮ່ວມມືດ້ານ ການຄ້າ-ການລົງທຶນ, ການສຶກສາ, ການພັດທະນາຊັບພະຍາກອນມະນຸດ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ອື່ນໆ.
ສປປ ລາວ ສະແດງຄວາມຊົມເຊີຍທີ່ເຫັນວ່າ ການຄ້າ-ການລົງທຶນ ຂອງສິງກະໂປຢູ່ ສປປ ລາວ ໄດ້ສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ປະກອບມີ 83 ໂຄງການ, ລວມມູນຄ່າການລົງທຶນທັງໝົດ 362 ລ້ານໂດລາສະຫະລັດ (ຈັດຢູ່ອັນດັບ 10 ການລົງທຶນຂອງຕ່າງປະເທດຢູ່ ສປປ ລາວ) ແລະ ໃນໄລຍະ 5 ປີ ຫຼັງນີ້ ການຄ້າສອງຝ່າຍ ສາມາດບັນລຸ 451,4 ລ້ານໂດລາສະຫະລັດ,
ໃນນັ້ນ ຝ່າຍລາວ ສະເໜີໃຫ້ສືບຕໍ່ຊຸກຍູ້ບັນດານັກທຸລະກິດຂອງສິງກະໂປ ເຂົ້າມາລົງທຶນຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນຕື່ມໃນອະນາຄົດ, ໂດຍສະເພາະແມ່ນ ໃນຂະແໜງການຕ່າງໆທີ່ສອງຝ່າຍມີທ່າແຮງຮ່ວມກັນ ເປັນຕົ້ນ ການຜະລິດກະສິກຳ, ພະລັງງານສີຂຽວ (ພະລັງງານນ້ຳ, ແສງຕາເວັນ ແລະ ລົມ), ການທ່ອງທ່ຽວ, ການບໍລິການໂຮງແຮມ, ແຮງງານ ແລະ ອື່ນໆ, ໃນນີ້, ສອງຝ່າຍ ໄດ້ປຶກສາຫາລື ກ່ຽວກັບ ການຕໍ່ສັນຍາການຊື້-ຂາຍ ພະລັງງານໄຟຟ້າ ລະຫວ່າງ ບໍລິສັດ ໄຟຟ້າລາວ (EDL) ແລະ ບໍລິສັດໄຟຟ້າ Keppel Electric Pte ຈຳກັດ ແລະ ພິຈາລະນາຂະຫຍາຍສັນຍາຈາກ ໄລຍະ 2 ປີ ຂຶ້ນເປັນ 5 ປີ ໃນຕໍ່ຫນ້າ. ສອງຝ່າຍ ສະແດງຄວາມຊົມເຊີຍຕໍ່ຄວາມຄືບຫນ້າໃນການຮ່ວມມືດ້ານສິ່ງແວດລ້ອມ ເປັນຕົ້ນ ການຈັດການແຫລ່ງນ້ຳ, ການປ່ຽນແປງສະພາບດິນຟ້າອາກາດ ແລະ ການຫຼຸດຜ່ອນປະລິມານການປ່ອຍກາສ໌ເຮືອນແກ້ວ ອອກສູ່ສິ່ງແວດລ້ອມ; ປຶກສາຫາລືກັນ ແລະ ແລກປ່ຽນຄຳຄິດເຫັນ ກ່ຽວກັບ ການຮ່ວມມືໃນໂຄງການ ຊື້-ຂາຍ ກາກບອນ (Carbon Credit) ໃນຕໍ່ຫນ້າ, ເຊິ່ງ ຝ່າຍສິງກະໂປ ຍິນດີໃຫ້ຄຳປຶກສາ ແລະ ຖ່າຍຖອດບົດຮຽນແກ່ລາວ ໂດຍສະເພາະ ບໍລິສັດຂອງສິງກະໂປ ທີ່ມີປະສົບການໃນດ້ານນີ້ ເຂົ້າມາລົງທຶນໃນ ສປປ ລາວ. ສອງຝ່າຍ ເຫັນດີເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອກະກຽມການສະເຫຼີມສະຫຼອງ ຄົບຮອບ 50 ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ສິງກະໂປ ໃນປີ 2024 ທີ່ຈະມາເຖິງ ແລກປ່ຽນຄຳຄິດເຫັນ ກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ.