ກົມພາສີກະຊວງການເງິນ ມອບຢາເສບຕິດທີ່ຢຶດໄດ້ ໃຫ້ກົມຕຳຫຼວດ ສະກັດກັ້ນ ແລະ ຕ້ານຢາເສບຕິດ ເພື່ອໄປດຳເນີນຄະດີຕາມກົດໝາຍ

ວັນທີ 20 ກໍລະກົດ 2023, ກົມພາສີກະຊວງການເງິນ ໄດ້ ມອບຢາເສບຕິດປະເພດ ເຮໂຣອິນ, ຢາໄອສ໌, ຢາບ້າ, ຢາຝິ່ນ, ກັນຊາອັດແທ່ງ, ນ້ຳໜັກເກືອບ 97 ກິໂລກຼາມ ແລະ ຜູ້ຖືກຫາ ໃຫ້ເຈົ້າໜ້າທີ່ຕໍາຫຼວດ ກົມຕຳຫຼວດ ສະກັດກັ້ນ ແລະ ຕ້ານຢາເສບຕິດ ເພື່ອໄປດຳເນີນຄະດີຕາມກົດໝາຍ
ທ່ານ ພູເຂົາຄຳ ວັນນະວົງໄຊ ຫົວໜ້າກົມພາສີ ໄດ້ສະແດງຄວາມຊົມເຊີຍຕໍ່ເຈົ້າໜ້າທີ່ ພະແນກ ສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ ແລະ ເຈົ້າໜ້າທີ່ດ່ານພາສີສາກົນສະໝາມບິນວັດໄຕ ທີ່ໄດ້ຮ່ວມມືປະສານສົມທົບກັນ ຢຶດຢາເສບຕິດທີ່ຈະສົ່ງອອກໄປຕ່າງປະເທດ ປະກອບມີ: ເຮໂຣອິນ, ຢາໄອສ໌, ຢາບ້າ, ຢາຝິ່ນ, ກັນຊາອັດແທ່ງ ຈຳນວນ 29 ຄະດີ, ນ້ຳໜັກ ລວມທັງໝົດເກຶອບ 97 ກິໂລກຼາມ ແລະ ຜູ້ຖືກຫາ ໄດ້ມອບໃຫ້ເຈົ້າໜ້າທີ່ຕໍາຫຼວດ ດຳເນີນຄະດີຕາມກົດໝາຍ, ພ້ອມທັງໄດ້ດໍາເນີນການແກ້ໄຂຄະດີທາງພາສີ ແລະ ປະກອບສໍານວນຄະດີສົ່ງໃຫ້ໄອຍະການປະຊາຊົນ ສົ່ງຟ້ອງຂຶ້ນສານຕັດສິນ ຕາມຂະບວນການຍຸດຕິທໍາໄດ້ຫຼາຍຄະດີ, ບັງຄັບໃຊ້ກົດໝາຍຕໍ່ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ລະເມີດຕໍ່ກົດໝາຍວ່າດ້ວຍພາສີ ລວມທັງຜູ້ສົມຮູ້ຮ່ວມຄິດໃນການກະທໍາຜິດ ແນໃສ່ເຮັດໃຫ້ການລັກລອບຫຼົບຫຼີກພາສີຫຼຸດໜ້ອຍຖອຍລົງເທື່ອລະກ້າວ.


