ອີຣັກ ປະກາດໄວ້ທຸກລະດັບຊາດ 3 ວັນເພື່ອອາໄລຫາບັນດາຜູ້ປະສົບເຄາະຮ້າຍຈາກເຫດໄຟໄໝ້

ຕາມຂ່າວຈາກ ວິທະຍຸຫວຽດນາມ: ວັນທີ 27 ກັນຍາ, ທ່ານ Najm al – Jubouri, ຜູ້ວ່າການແຂວງ Nineveh ຂອງປະເທດ ອີຣັກ, ໃຫ້ຮູ້ວ່າ: ຈຳນວນຜູ້ເສຍຊີວິດໃນເຫດໄຟໄໝ້ທີ່ເກີດຂຶ້ນກ່ອນນັ້ນໜຶ່ງວັນ ຢູ່ສູນຈັດງານດອງພັດຕະຄານໃນເທສະບານ al – Hamdaniya ເພີ່ມຂຶ້ນເຖິງ 114 ຄົນ ແລະ ກ່ວາ 200 ຄົນຖືກບາດເຈັບ, ລາຍງານເບື້ອງຕົ້ນສະແດງໃຫ້ເຫັນວ່າ ບັ້ງໄຟດອກ ທີ່ໄດ້ນຳໃຊ້ໃນງານດອງອາດຈະແມ່ນສາຍເຫດທີ່ກໍ່ໃຫ້ເກີດໄຟໄໝ້ ເຮັດໃຫ້ບັນດາແຂກທີ່ເຂົ້າຮ່ວມງານດອງມີຄວາມຕຶ່ນຕົກໃຈ, ກໍ່ໃຫ້ເກີດສະພາບຢຽບກັນຢູ່ປະຕູທາງອອກ.
ຕາມເຈົ້າໜ້າທີ່ ອີຣັກ ແລ້ວ, ບັນດາຜູ້ຖືກບາດເຈັບສ່ວນຫລາຍແມ່ນຍ້ອນໄຟໄໝ້, ຂາດອາກາດຫາຍໃຈ ຫລື ຢຽບກັນເພື່ອແລ່ນອອກຈາກຫ້ອງຮັບແຂກຂອງສູນຈັດງານດອງ, ກະຊວງພາຍໃນ ອີຣັກ ໄດ້ຈັບຕົວ ເຈົ້າຂອງຮ້ານ ແລະ ພະນັກງານ ຂອງສູນຈັດງານດອງ ທັງໝົດ13 ຄົນ.

