ມຽນມາ ເລີ່ມແຈກຢາຍວັກຊີນ ນະຄອນຢາງກຸ້ງເປັນບ່ອນທຳອິດ

ສຳນັກຂ່າວຊິນຮົວລາຍງານວ່າ: ຫລັງຈາກເມື່ອ 4 ມື້ຜ່ານມາ, ມຽນມາໄດ້ຮັບວັກຊີນ “ໂຄວິດຊີລ” ຊຸດທຳອິດ ຈຳນວນ 1,5 ລ້ານໂດສຈາກອິນເດຍ ເຊິ່ງເປັນວັກຊີນທີ່ຜະລິດຮ່ວມກັນ ລະຫວ່າງມະຫາວິທະຍາໄລອອກຟອດ ແລະ ບໍລິສັດ ແອສຕຣາເຊເນກ້າ ເຊິ່ງຜະລິດໂດຍສະຖາບັນເຊຣຳແຫ່ງອິນເດຍ ຕອນນີ້ໄດ້ເລີ່ມແຈກຢາຍໃຫ້ກຸ່ມສ່ຽງ ແລະ ບຸກຄະລາກອນທາງການແພດກ່ອນ ແລະ ມຽນມາຕັ້ງເປົ້າໝາຍວ່າຈະສັກໃຫ້ປະຊາຊົນປະມານ 750.000 ຄົນພາຍໃນອາທິດນີ້.
ທັງນີ້, ມຽນມາຈະເລີ່ມສັກວັກຊີນຢູ່ເມືອງຢາງກຸ້ງກ່ອນ ເພາະໃນໄລຍະເດືອນກັນຍາປີຜ່ານມາ ສູນກາງການລະບາດຮອບສອງຢູ່ນະຄອນຢາງກຸ້ງ ເຮັດໃຫ້ພົບຜູ້ຕິດເຊື້ອເພີ່ມຂຶ້ນຢ່າງວ່ອງໄວ ແລະ ຮອດວັນທີ 24 ມັງກອນ 2021 ມຽນມາມີຜູ້ຕິດເຊື້ອສະສົມ 137.574 ຄົນແລ້ວ.
ນອກຈາກນັ້ນ, ຍັງມີການລາຍງານວ່າ: ນາງ ອອງຊານ ຊູຈີ ລັດຖະມົນຕີກະຊວງການຕ່າງປະເທດ ແລະ ລັດຖະມົນຕີປະຈຳທຳນຽບປະທານາທິບໍດີ ຈະຮັບວັກຊີນເປັນຄົນທຳອິດ ພ້ອມບຸກຄະລາກອນທາງການແພດນຳອີກ.

