ພະຍາດໄຂ້ເລືອດອອກຂ້າຊີວິດປະຊາຊົນຢູ່ບັງກະລາເທດຫລາຍກວ່າ 800 ຄົນແລ້ວໃນປີນີ້

ລັງກະລາເທດລາຍງານວ່າ: ມີຜູ້ເສຍຊີວິດໃນປະເທດຈາກໄຂ້ເລືອດອອກຫລາຍກວ່າ 800 ຄົນແລ້ວ ນັບແຕ່ຕົ້ນປີນີ້.

ວັນທີ 24 ກັນຍາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ສະຖິຕິຢ່າງເປັນທາງການລະບຸວ່າ: ຈໍານວນຜູ້ຕິດເຊື້ອໄຂ້ເລືອດອອກສະສົມທົ່ວປະເທດນັບແຕ່ຕົ້ນປີນີ້ມີຢ່າງໜ້ອຍ 176.810 ຄົນ ຈາກຈໍານວນດັ່ງກ່າວເສຍຊີວິດແລ້ວ 867 ຄົນ.

ທັງນີ້, ກະຊວງສາທາລະນະສຸກບັງກະລາເທດບັນທຶກສະຖິຕິຜູ້ຕິດເຊື້ອໄຂ້ເລືອດອອກຢ່າງໜ້ອຍ 53.000 ຄົນ ໃນເດືອນກັນຍາ, 71.976 ຄົນ ໃນເດືອນສິງຫາຜ່ານມາ ແລະ 43.854 ຄົນ ໃນເດືອນກັນຍາປີນີ້. ຂະນະທີ່ສະຖິຕິຜູ້ເສຍຊີວິດຢ່າງໜ້ອຍ 867 ຄົນ ແບ່ງເປັນຢ່າງໜ້ອຍ 274 ຄົນ ໃນເດືອນກັນຍາ, 342 ຄົນ ໃນເດືອນສິງຫາຜ່ານມາ ແລະ 204 ຄົນ ໃນເດືອນກັນຍາປີນີ້.

ໄລຍະລະດູມໍລະສຸມຂອງທຸກປີ ຄືລະຫວ່າງເດືອນມິຖຸນາ-ກັນຍາ ເປັນລະດູພະຍາດໄຂ້ເລືອດອອກຢູ່ບັງກະລາເທດ ເຊິ່ງຖືເປັນປະເທດທີ່ມີຄວາມສ່ຽງສູງສໍາລັບພະຍາດທີ່ມີຍຸງເປັນພາຫະ.

ອົງການອະນາໄມໂລກ (WHO) ເຕືອນວ່າ: ສະພາບການປ່ຽນແປງຂອງສະພາບອາກາດໂລກ ທີ່ມີທ່າອ່ຽງທະວີຄວາມຮຸນແຮງ ຈະເຮັດໃຫ້ການແພ່ລະບາດຂອງພະຍາດໄຂ້ເລືອດອອກຮຸນແຮງຂຶ້ນເຊັ່ນກັນ.

ໄຂ້ເລືອດອອກຂ້າຊີວິດປະຊາກອນໂລກສູງເຖິງປີລະ 50-100 ລ້ານຄົນ ສ່ວນຫລາຍເປັນພົນລະເມືອງທີ່ອາໄສຢູ່ໃນປະເທດທີ່ມີສະພາບອາກາດຮ້ອນຊຸ່ມ, ທໍາອິດຜູ້ຕິດເຊື້ອຈະມີອາການເຈັບຫົວ, ປວດຂໍ້, ເປັນໄຂ້ ແລະ ມີຜື່ນແດງຕາມຮ່າງກາຍຄ້າຍຄືຜື່ນພະຍາດຫັດ, ແຕ່ຖ້າປ່ອຍໃຫ້ອາການຮຸນແຮງອາດເຮັດໃຫ້ເກີດສະພາບເກັດເລືອດຕໍ່າ ແລະ ຄວາມດັນເລືອດຕໍ່າຈົນຊ໊ອກ ແລະ ເສຍຊີວິດໄດ້.