ນາຍົກ ເຄື່ອນໄຫວຊີ້ນໍາວຽກງານ ຢູ່ດ່ານສາກົນບໍ່ເຕ່ນ ແລະ ເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມ

ພາຍຫລັງສໍາເລັດການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປ ຈີນ, ວັນທີ 21 ກັນຍາ 2023 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ 19/ກມສພ ພ້ອມດ້ວຍຄະນະໄດ້ເດີນທາງດ້ວຍລົດໄຟ ລາວ-ຈີນ ຈາກນະຄອນຊຽງຮຸ່ງ, ກິ່ງແຂວງສິບສອງພັນນາ, ສປ ຈີນ ມາແຂວງຫລວງນໍ້າທາ ເພື່ອສືບຕໍ່ເຄື່ອນໄຫວຊີ້ນໍາວຽກງານຢູ່ດ່ານສາກົນ ບໍ່ເຕ່ນ ແລະ ການພັດທະນາເຂດເສດຖະກິດພິເສດບໍ່ເຕ່ນແດນງາມ.

ທ່ານ ອ່ອນຈັນ ຄຳພາວົງ, ຮອງເຈົ້າແຂວງ, ຜູ້ຊີ້ນຳວຽກງານຂົງເຂດເສດຖະກິດ ລາຍງານວ່າ: ດ່ານ​ສາກົນ​ບໍ່​ເຕ່ນ ເປັນ​ດ່ານ​ເຊິ່ງ​ໜ້າ​ກັບດ່ານ​ສາກົນ​ບໍ່​ຫານ ​ສປ ຈີນ, ​ເປັນ​ດ່ານ​ດິນ​ຕໍ່ແຜ່ນ ລະ​ຫວ່າງ ​ເມືອງ​ຫລວງ​ນໍ້າ​ທາ, ​ແຂວງ​ຫລວງ​ນໍ້າ​ທາ ​ແລະ ​ເມືອງ​ຫລ້າ, ກິ່ງ​ແຂວງ​ສິບ​ສອງ​ພັນ​ນາ ປະກອບ​ມີ 3 ດ່ານກວດກາ​ ຄື: ດ່ານເທິງ ມີ 2 ຈຸດກວດກາຄື: ຈຸດກວດກາ​ທາດຫລວງ ເປັນ​ຈຸດ​ກວດກາ​ຄົນ​ເຂົ້າ-ອອກ​ເມືອງ ແລະ ຈຸດກວດກາ​ຂາ​ເຂົ້າ​ລົດ​ບັນທຸກ​ສິນຄ້າ ທີ່ອະນຸຍາດ​ແຕ່​ລົດ​ບັນທຸກ​ສິນຄ້າ​ຂາ​ເຂົ້າ​ເທົ່າ​ນັ້ນ ເປີດບໍລິການທຸກວັນເລີ່ມແຕ່ເວລາ 07:30-19:30 ໂມງ ແລະ 07:30-16:30 ໂມງ ຕາມລໍາດັບ; ດ່ານ​ລຸ່ມ (ດ່ານ​ພາສີສາກົນບໍ່ເຕ່ນ) ເປັນຈຸດກວດກາສິນຄ້າເຂົ້າ-ອອກຜ່ານດ່ານ ເປີດໃຫ້ບໍລິການ ເລີ່ມແຕ່ 08:00-16:30 ໂມງ; ສໍາລັບຜູ້ໂດຍສານ, ພາຫະນະລົດທ່ອງທ່ຽວຢ້ຽມຢາມເຂົ້າ-ອອກ ເປີດບໍລິການແຕ່ 06:00-22:00 ໂມງ ແລະ ດ່ານສາກົນທາງລົດໄຟລາວ-ຈີນ ເປີດບໍລິການ ເລີ່ມແຕ່ 08:00-16:30 ໂມງ; ສະພາບການນຳເຂົ້າ-ສົ່ງອອກສິນຄ້າ ຢູ່ດ່ານສາກົນບໍ່ເຕ່ນ ຢູ່ຈຸດກວດກາສິນຄ້າຢູ່ສາງແອວໄອຊີດີ ແລະ ສາງ ແອວເອສ ລົດບັນທຸກສິນຄ້າຂາເຂົ້າສະເລ່ຍ 189 ຄັນຕໍ່ວັນ, ໃນໄລຍະ 8 ເດືອນຜ່ານມາ ມີສິນຄ້າຂາເຂົ້າທັງໝົດ 1.150,11 ລ້ານໂຕນ, ມູນຄ່າ 1.231,79 ລ້ານໂດລາສະຫະລັດ, ທຽບໃສ່ໄລຍະດຽວປີຜ່ານມາເພີ່ມຂຶ້ນ 18,43%; ລົດບັນທຸກສິນຄ້າຂາອອກສະເລ່ຍ 264 ຄັນຕໍ່ວັນ, ມີສິນຄ້າຂາອອກທັງໝົດ 2.235,37 ລ້ານໂຕນ, ມູນຄ່າ 1.270,42 ລ້ານໂດລາສະຫະລັດ, ທຽບໃສ່ໄລຍະດຽວຂອງປີຜ່ານມາເພີ່ມຂຶ້ນ 21,26%; ສຳລັບລົດບັນທຸກສິນຄ້າຜ່ານແດນ ຈາກປະເທດໄທ ໄປ ສປ ຈີນ ມີທັງໝົດ 23.405 ຄັນ; ລົດບັນທຸກສິນຄ້າຜ່ານແດນ ຈາກ ສປ ຈີນ ໄປປະເທດໄທ ມີທັງໝົດ 17.183 ຄັນ; ຢູ່ຈຸດກວດກາສິນຄ້າຢູ່ສະຖານີລົດໄຟບໍ່ເຕ່ນ ມີສິນຄ້າຂາເຂົ້າ ສະເລ່ຍ 3 ຫາ 5 ຖ້ຽວຕໍ່ວັນ ຫລື ປະມານ 20-80 ຕູ້ຕໍ່ວັນ; ສິນຄ້າຂາອອກ (ແຮ່ເຫລັກ) ສະເລ່ຍ 3 ຫາ 5 ຖ້ຽວຕໍ່ວັນ ຫລື ປະມານ 200-350 ຕູ້ຕໍ່ວັນ; ສິນຄ້າຜ່ານແດນ (ປະເພດໝາກໄມ້ສົດ) ສະເລ່ຍ 1-2 ຖ້ຽວຕໍ່ວັນ ຫລື ປະມານ 30-60 ຕູ້ຕໍ່ວັນ. ໃນໄລຍະ 8 ເດືອນຜ່ານມາ ສາມາດຈັດເກັບລາຍຮັບງົບປະມານໄດ້ທັງໝົດ 696,08 ຕື້ກີບ ເທົ່າກັບ 73,71% ຂອງ​ແຜນການ​ປີ, ທຽບໃສ່ໄລຍະດຽວຂອງປີຜ່ານມາເພີ່ມຂຶ້ນ 42,17%, ຄາດຄະເນໝົດປີ ຈະສາມາດປະຕິບັດລາຍຮັບງົບປະມານ ໄດ້ຕາມແຜນການປີ. ຕໍ່ກັບສະພາບການພັດທະນາເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມ ໄດ້ເອົາໃຈໃສ່ກໍ່ສ້າງພື້ນຖານໂຄງລ່າງ ປັດຈຸບັນໄດ້ສໍາເລັດການປັບໜ້າດິນໃຫ້ພຽງ ແລ້ວຈໍານວນ 800 ເຮັກ, ຕາໜ່າງເສັ້ນທາງ ສໍາເລັດ 90%, ຕາໜ່າງໄຟຟ້າ, ນໍ້າປະປາສໍາເລັດ 70%; ສໍາເລັດການສ້າງໂຮງງານນໍ້າປະປາ ທີ່ສາມາດຜະລິດນໍ້າໃຊ້ບໍລິການໄດ້ 10.000 ແມັດກ້ອນຕໍ່ມື້; ສ້າງຕຶກອາຄານ ປະມານ 20 ກ່ວາຕຶກ ເພື່ອຮອງຮັບການຄ້າ, ການບໍລິການ, ສະຖານທີ່ພັກເຊົາ, ການສຶກສາ, ຮ້ານຄ້າປອດພາສີ, ທະນາຄານ, ໂຮງແຮມ ແລະ ບັນດາຫ້າງຮ້ານ; ໄດ້ກໍ່ສ້າງເສັ້ນທາງ-ອາຄານອ້ອມໜອງນໍ້າ ແລະ ບ້ານນໍ້າທຸງ ເພື່ອສ້າງເປັນເຂດທ່ອງທ່ຽວທາງທໍາມະຊາດ; ເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ລົງທຶນໄປແລ້ວ 2,11 ຕື້ໂດລາ, ມີບັນດາຫົວໜ່ວຍທຸລະກິດ ແລະ ຫ້າງຮ້ານ ລວມທັງໝົດ 298 ບໍລິສັດ ມີທຶນຈົດທະບຽນ 490 ລ້ານໂດລາ, ບັນດາທຸລະກິດດັ່ງກ່າວແມ່ນມາຈາກປະເທດຈີນ, ມຽນມາ, ໄທ, ຫວຽດນາມ, ກໍາປູເຈຍ, ສິງກະໂປ, ມາເລເຊຍ ເຊິ່ງມີແຮງງານຢູ່ໃນເຂດມີທັງໝົດ 2.232 ຄົນ (ໃນນີ້ຄົນລາວ 1.783 ຄົນ).

ໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນສໍາເລັດທີ່ພາກສ່ວນກ່ຽວຂ້ອງ ແລະ ຜູ້ພັດທະນາເຂດເສດຖະກິດພິເສດບໍ່ເຕ່ນແດນງາມສາມາດຍາດມາໄດ້ໃນໄລຍະຜ່ານມາ ເຊິ່ງເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ; ພ້ອມທັງ ຍົກໃຫ້ເຫັນຄວາມສໍາຄັນຂອງດ່ານດັ່ງກ່າວ ເຊິ່ງເປັນດ່ານຜັນຂະຫຍາຍປະຕິບັດຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ເຂົ້າກັບຍຸດທະສາດການຫັນປະເທດ ທີ່ບໍ່ມີຊາຍແດນຕິດຈອດກັບທະເລ ມາເປັນປະເທດເຊື່ອມໂຍງເຊື່ອມຈອດກັບພາກພື້ນ; ເປັນດ່ານບໍລິການ ທີ່ນໍາບັນດາສິນຄ້າສົ່ງອອກ-ນໍາເຂົ້າ ມີປະລິມານຈໍານວນຫລາຍໃນແຕ່ລະວັນ ໂດຍອີງໃສ່ທ່າແຮງດັ່ງກ່າວ ສາມາດສ້າງລາຍຮັບເຂົ້າງົບປະມານຂອງແຂວງເພີ່ມຂຶ້ນ; ພ້ອມທັງເນັ້ນໃຫ້ພາກສ່ວນກ່ຽວຂ້ອງເອົາໃຈໃສ່ບາງບັນຫາຕື່ມອີກເປັນຕົ້ນສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ດ້ວຍມາດຕະການຕ່າງໆ ຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງ ເພື່ອຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບຕາມບໍລິເວນຊາຍແດນ; ເອົາໃຈໃສ່ພັດທະນາ, ປັບປຸງຍົກລະດັບເສັ້ນທາງຄົມມະນາຄົມ ເພື່ອເປັນການອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າເຂົ້າ-ອອກດ່ານໃຫ້ວ່ອງໄວຂຶ້ນກວ່າເກົ່າ; ເອົາໃຈໃສ່ຄຸ້ມຄອງການຈັດເກັບລາຍຮັບໃຫ້ຄົບຖ້ວນ; ສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ ໂດຍນຳໃຊ້ບົດຮຽນຈາກປະເທດອ້ອມຂ້າງ ເພື່ອດຶງດູດການລົງທຶນທີ່ມີຄຸນນະພາບ ແລະ ນໍາເຂົ້າເງິນຕາຕ່າງ ປະເທດໃຫ້ຫລາຍຂຶ້ນ; ສົ່ງເສີມການຜະລິດສິນຄ້າສົ່ງອອກ ເພື່ອທົດແທນການນຳເຂົ້າ; ໃນປີ 2024 ສປປ ລາວ ຈະໄດ້ເປັນປະທານ ອາຊຽນ ແລະ ເປັນປີທ່ອງທ່ຽວລາວ ສະເໜີໃຫ້ເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມ ເອົາໃຈໃສ່ໂຄສະນາປະຊາສໍາພັນ ບັນດາກິດຈະກໍາການທ່ອງທ່ຽວພາຍໃນເຂດໃຫ້ກວ້າງຂວາງ, ເອົາໃຈໃສ່ປັບປຸງໂຄງລ່າງພື້ນຖານ ສິ່ງອໍານວຍຄວາມສະດວກ, ສ້າງກິດຈະກໍາເຊື່ອມໂຍງການທ່ອງທ່ຽວໃຫ້ມີບັນຍາກາດໃໝ່ຄຽງຄູ່ກັບການສ້າງວຽກເຮັດງານທໍາຂອງປະຊາຊົນ ກໍຄື ການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ; ເອົາໃຈໃສ່ຄຸ້ມຄອງການນໍາເຂົ້າທຶນຕົວຈິງຂອງການລົງທຶນ ໃຫ້ຜ່ານລະບົບທະນາຄານ ແລະ ສະເໜີໃຫ້ບັນດາບໍລິສັດ ກໍຄື ຜູ້ປະກອບການ ທີ່ລົງທຶນພັດທະນາຢູ່ເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ລວມທັງ ຜູ້ອອກແຮງງານຢູ່ພາຍໃນເຂດ ເປີດບັນຊີເພື່ອທຸລະກໍາທາງດ້ານການເງິນຜ່ານລະບົບທະນາຄານ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງຂອງ ສປປ ລາວ ແລະ ຄຽງຄູ່ກັບການສົ່ງເສີມການນໍາໃຊ້ເງິນກີບໃຫ້ຫລາຍຂຶ້ນ.