50 ປີ ຜ່ານມາ ຊາດລາວກ້າວຂຶ້ນຕາມຍຸກສະໄໝ
ໂດຍ : ຜາຕຸງ
ປະຊາຊົນລາວບັນດາເຜົ່າຄົງຈົດຈຳໄດ້ດີວ່າ ວັນທີ 2 ທັນວາ 1975 ເປັນວັນໄຊຊະນະແບບສົມບູນແບບຂອງລັດປະຊາທິປະໄຕ ປະຊາຊົນລາວ ຊຶ່ງປີນີ້ ມີອາຍຸຄົບຮອບ 50ປີເຕັມ , ເປັນ 50 ປີແຫ່ງຄວາມເປັນເອກະລາດ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ,ຊຶ່ງໄຊຊະນະນີ້ເປັນໝາກຜົນແຫ່ງກຳລັງແຮງສັງລວມຂອງຊາດ ສົມທົບກັບກຳລັງແຮງຂອງບຸກສະໄໝ,ໂດຍຜ່ານຂະບວນວິວັດແຫ່ງການຕໍ່ສູ້ອັນພິລາດອາດຫານຂອງປະຊາຊົນລາວບັນດາເຜົ່າໃນທຸກໄລຍະຂອງປະຫວັດສາດ ຊຶ່ງໄດ້ການເປັນມູນເຊື້ອອັນສັກກາລະບູຊາຂອງຄົນລາວຊາດລາວ ວິລະຊົນ ມູນເຊື້ນີ້ໄດເຖືກຍຶດໝັ້ນ ແລະ ເີມຂະຫຍາຍເຂົ້າສູ່ຊີວິດຕົວຈິງຂອງສັງຄົມລາວ ຕະຫລອດມາຈົນເຖິງປັດຈຸບັນ.
50 ປີຜ່ານມາ, ປະຊາຊົນລາວ ມີຄວາມເອກອ້າງທະນົງໃຈ ຕໍ່ບັນດາຜົນງານ ທີ່ບັນລຸໄດ້ບົນເສັ້ນທາງ ທີ່ລະອິດລະອ້ຽວ ແຫ່ງການພັດທະນາ, ນັ້ນບໍ່ພຽງແຕ່ສະແດງຄວາມຮູ້ບຸນຄຸນ ຕໍ່ການເສຍສະຫລະ ຂອງຄົນຮຸ່ນກ່ອນທີ່ໄດ້ນຳພາ ພາລະກິດຕໍ່ສູ້ນຳເອົາເອກະລາດມາໃຫ້ປະເທດຊາດ ແລະ ສືບຕໍ່ນຳພາພາລະ ກິດພັດທະນາປະເທດຊາດ ຕາມແນວທາງປ່ຽນແປງໃໝ່ເທົ່ານັ້ນ, ຫາກຍັງແມ່ນໂອກາດໄດ້ຮັບຮູ້ ແລະ ຢືນຢັນເຖິງຄວາມສາມັກຄີເປັນປຶກແຜ່ນ ແລະ ຄວາມຕັດສິນໃຈ ຂອງປະຊາຊົນລາວບັນດາເຜົ່າ ພາຍໃຕ້ການນຳພາ ຂອງພັກ ແລະ ລັດຖະບານ ເພື່ອພ້ອມກັນສືບຕໍ່ສ້າງອະນາຄົດອັນສົດໃສ ເພື່ອພັດທະນາ ປະເທດຊາດ ໃຫ້ຈະເລີນກ້າວໜ້າ ແລະ ສ້າງຄວາມວັດທະນະຖາວອນ ນຳເອົາປະເທດຊາດພົ້ນຈາກ ສະຖານະພາບ ປະເທດດ້ອຍພັດທະນາຕາມຄາດໝາຍ ໃນປີ 2026.
ປີ 2024 ຜ່ານມາ, ເຖິງວ່າ ສປປ ລາວ ຈະຜະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍນາໆປະການກໍຕາມ, ແຕ່ດ້ວຍຄວາມພະຍາຍາມຂອງທົ່ວລະບົບການເມືອງ, ການບໍລິຫານ-ຄຸ້ມຄອງຂອງລັດຖະບານ ແລະ ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ຂອງປະຊາຊົນລາວທັງຊາດ, ບວກກັບການສະໜັບສະໜູນ ແລະ ຊ່ວຍເຫລືອຂອງເພື່ອນມິດສາກົນ ເຮັດໃຫ້ປະເທດຊາດ ສາມາດແກ້ໄຂບັນຫາຄວາມຫຍຸ້ງ ຍາກ ໄດ້ໂດຍພື້ນຖານ, ເສດຖະກິດມີການຂະຫຍາຍຕົວໃນລະດັບທີ່ດີຂຶ້ນ ເຊິ່ງເປັນການຄ້ຳປະກັນໃຫ້ປະເທດຊາດ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບປອດໄພ, ສ້າງປັດໄຈສໍາຄັນໃນການກະກຽມຄວາມພ້ອມໃນການນໍາເອົາປະເທດ ອອກຈາກສະຖານະພາບດ້ອຍພັດທະນາ ໃນອະນາຄົດອັນໃກ້ນີ້ ຕາມການກຳນົດຂອງ ອົງການສະຫະປະຊາຊາດ.
ປີ 2025 ນີ້ ເປັນປີທີ່ມີຄວາມໝາຍສໍາຄັນສໍາລັບ ສປປ ລາວ ເນື່ອງຈາກເປັນປີຄົບຮອບ 50 ປີ ແຫ່ງການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ທັງເປັນປີຄົບຮອບ 70 ປີ ຂອງການເຂົ້າເປັນສະມາຊິກອົງການສະຫະປະຊາຊາດ, ທັງເປັນປີມ້ວນທ້າຍການ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ແລະ ເປັນປີແຫ່ງການກະກຽມຄວາມພ້ອມໃນການອອກ ຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2026, ເຊື່ອໝັ້ນວ່າການສະໜັບສະໜູນ ແລະ ຊ່ວຍເຫລືອຂອງບັນດາປະເທດ ເພື່ອນມິດ ແລະ ອົງການຈັດຕັ້ງສາກົນບວກກັບກຳລັງແຮງ ແຫ່ງການເພິ່ງຕົນເອງ,ສ້າງຄວາມເຂັ້ມແຂງ ດ້ວຍຕົນເອງ ຂອງປະຊາຊົນໃນຊາດ ຈະກາຍເປັນກຳລັງຂັບເຄື່ອນອັນແຂງແຮງເພື່ອຊ່ວຍໃຫ້ ສປປ ລາວ ບັນລຸຕາມເປົ້າໝາຍທີ່ວາງໄວ້ຢ່າງແນ່ນອນ.
ແນວໃດກໍດີ ສິ່ງທີ່ເປັນຜົນງານພົ້ນເດັ່ນສຳຄັນທີ່ເປັນພື້ນຖານກວ່າໝູ່ໃນ 50ປີມານີ້ ແມ່ນຄວາມເປັນເອກະລາດ, ການມີອຳນາດ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ ໄດ້ຮັບການປົກປັກຮັກສາໄວ້ຢ່າງໝັ້ນຄົງ, ມີສະຖຽນລະພາບອັນໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ສ້າງສະພາບແວດລ້ອມທີ່ສະຫງົບ ສັນຕິ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການດຳລົງຊີວິດ ການທຳມາຫາກິນຂອງປະຊາຊົນບັນດາເຜົ່າ, ສ້າງຄວາມເຊື່ອໝັ້ນໃຫ້ນັກລົງທຶນຜູ້ປະກອບການ ທັງພາຍໃນ ແລະ ຕ່າງປະເທດເພີ່ມການລົງທຶນພັດທະນາຂະແໜງການຕ່າງໆນັບມື້ເພີ່ມຂຶ້ນ, ເຮັດໃຫ້ເສດຖະກິດ-ສັງຄົມ ຂະຫຍາຍຕົວໃນຈັງຫວະທີ່ໄວ ຕໍ່ເນື່ອງ ໝັ້ນທ່ຽງ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການພັດທະນາໄປໃນທາງທີ່ດີຂຶ້ນ.

