6 ເດືອນຕົ້ນປີ 2023 ແຂວງອຸດົມໄຊ ລວມຍອດການຜະລິດພະລັງງານ ແລະ ບໍ່ແຮ່ 732,56 ຕື້ກວ່າກີບ

ທ່ານ ອາລຸນ ບຸນວິໄລ ຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງອຸດົມໄຊ ລາຍງານວັນທີ 19 ກັນຍາ 2023 ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຕົ້ນປີ 2023 ລວມຍອດມູນຄ່າການຜະລິດຂອງຂະແໜງພະລັງງານ ແລະ ບໍ່ແຮ່ປະຕິບັດໄດ້ທັງໝົດ 926,78 ຕື້ກວ່າກີບ ທຽບໃສ່ໄລຍະດຽວກັນຂອງປີ 2022 ເພີ່ມຂຶ້ນ 178,67%, ທຽບໃສ່ແຜນປີ 2023 ປະຕິບັດໃຫ້ໄດ້ 732,56 ຕື້ກວ່າກີບ ບັນລຸໄດ້ 126,51%. ໃນນີ້, ຂະແໜງພະລັງງານ ປະຕິບັດໄດ້ 73,51 ຕື້ກວ່າກີບ ແລະ ຂະແໜງບໍ່ແຮ່ ປະຕິບັດໄດ້ 853,26 ຕື້ກວ່າກີບ.
ໂອກາດນີ້, ທ່ານ ນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ໄດ້ມີຄຳເຫັນເນັ້ນໃຫ້ພະນັກງານທຸກຂະແໜງການຈົ່ງຍົກສູງພາລະບົດບາດວຽກງານພະລັງງານ ແລະ ບໍ່ແຮ່, ເອົາໃຈໃສ່ຕິດຕາມກວດກາບັນດາໂຄງການລົງທຶນຂອງເອກະຊົນໃຫ້ຖືກຕ້ອງໂປ່ງໃສ, ສູ້ຊົນເຮັດໃຫ້ຕົວເລກຄາດໝາຍບັນລຸຕາມແຜນການ, ການຄຸ້ມຄອງບັນດາໂຄງການລົງທຶນໃຫ້ດີ.
ຂໍ້ມູນ: ສູນຂ່າວພະລັງງານ ແລະບໍ່ແຮ່

