ເດືອນມິຖຸນາຜ່ານມາທົ່ວປະເທດ ມີຜູ້ເສຍຊີວິດຍ້ອນອຸປະຕິເຫດ 37 ຄົນ

ໃນວັນທີ 6 ກໍລະກົດ 2021 ນີ້, ທ່ານ ພັຕ ຈັນທະວີ ເພັດລາສີ ຕາງໜ້າພະແນກໂຄສະນາ ກົມຈະລາຈອນ ໄດ້ລາຍງານໃຫ້ຮູ້ວ່າ: ໃນເດືອນມິຖຸນາ ຜ່ານມາມີອຸປະຕິເຫດເກີດຂຶ້ນໃນທົ່ວປະເທດທັງໝົດ 326 ລາຍ, ບາດເຈັບ 429 ຄົນ, ພາຫະນະເປ່ເພ 563 ຄັນ ແລະ ເສຍຊີວິດ 37 ຄົນ. ໃນນັ້ນ ແຂວງທີ່ເສຍຊີວິດຫລາຍກວ່າໝູ່ຄື: ນະຄອນຫລວງວຽງຈັນ 10 ຄົນ, ຈຳປາສັກ 6 ຄົນ, ວຽງຈັນ 5 ຄົນ. ສ່ວນແຂວງທີ່ບໍ່ມີຜູ້ເສຍຊີວິດຄື: ຜົ້ງສາລີ, ຫລວງພະບາງ, ຫົວພັນ, ຊຽງຂວາງ, ສະຫວັນນະເຂດ, ສາລະວັນ ແລະ ອັດຕະປື.
ສາເຫດທີ່ພາໃຫ້ເກີດອຸປະຕິເຫດແມ່ນເນື່ອງຈາກການຂັບຂີ່ດ້ວຍຄວາມໄວເກີນກຳນົດ, ດື່ມສິ່ງມຶນເມົາ, ລ່ວງປ້າຍຫ້າມ, ຊີງຂຶ້ນໜ້າບໍ່ຮັບປະກັນ, ປ່ຽນທິດທາງເດີນ, ບໍ່ປ່ອຍສິດ, ເຕັກນິກບໍ່ຮັບປະກັນ ແລະ ອື່ນໆ. ອຸປະຕິເຫດທີ່ເກີດຂຶ້ນສ່ວນຫລາຍແມ່ນຢູ່ໃນເກນອາຍຸລະຫວ່າງ 16-30 ປີ ແລະ 31-51 ປີ.
ຄິດໄລ່ເປັນມູນຄ່າຄວາມເສຍຫາຍທັງໝົດຫລາຍກວ່າ 4 ຕື້ກີບ.

