ເຈົ້າໜ້າທີ່ຕໍາຫລວດສອບສວນອາຍາ ປກສ ແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ເວລາ 05:00 ໂມງ ຂອງວັນທີ 30 ສິງຫາ 2023 ໄດ້ຮັບແຈ້ງວ່າມີເຫດການຄົນເສຍຊີວິດ, ດັ່ງນັ້ນເຈົ້າໜ້າທີ່ວິຊາສະເພາະລົງສະຖານທີ່ເກີດເຫດ ຢູ່ສວນໄມ້ວິກຂອງບໍລິສັດໜຶ່ງ ບ້ານນາແຜກ ເມືອງອາດສະພັງທອງ, ພົບຜູ້ເສຍຊີວິດ 1 ຄົນ ຊື່ ນາງພາບ ອາຍຸ 17 ປີ, ຢູ່ບ້ານນາແຜກ ເມືອງອາດສະພັງທອງ ແລະ ໄດ້ກັກຕົວຜູ້ກໍ່ເຫດຊື່ທ້າວ ໃສ ອາຍຸ 35 ປີ ບ້ານເກີດນາພອກ ເມືອງທ່າແຂກ ແຂວງຄຳມ່ວນ, ທີ່ມາເປັນເຂີຍສູ່ ຢູ່ບ້ານນາແຜກ.
ຜ່ານການສືບສວນ-ສອບສວນ ຜູ້ກໍ່ເຫດຮັບສາລະພາບວ່າ: ຍ້ອນມີແນວຄິດຢາກມີເພດສຳພັນກັບ ນາງພາບ (ຜູ້ເສຍຊີວິດ) ຈຶ່ງໃຊ້ກົນອຸບາຍດ້ວຍການຕົວະຍົວະວ່າແມ່ຂອງຜູ້ເສຍຊີວິດບໍ່ສະບາຍຖືກຜີປອບເຂົ້າຢູ່ນາ ແລ້ວບອກໃຫ້ຜູ້ເສຍຊີວິດໄປຊື້ທຽນ ແລະ ອອກໄປນາພ້ອມກັບຕົນ ເພື່ອໄປທຳພິທີເປົ່າໄລ່ຜີປອບ. ນາງພາບຫລົງເຊື່ອແລ້ວຍ່າງອອກມານານຳຕົນ ພໍມາຮອດຈຸດເກີດເຫດ ຈຶ່ງໃຊ້ມືກອດແອວນາງພາບຫວັງຂົ່ມຂືນ ແຕ່ນາງພາບໄດ້ຕໍ່ສູ້ຂັດຂືນ, ຜູ້ກໍ່ເຫດຈຶ່ງເອົາມືຈັບຜົມກົດຫົວຂອງນາງພາບລົງຄອງຈົນເສຍຊີວິດຄາທີ່.
ປັດຈຸບັນເຈົ້າໜ້າທີ່ວິຊາສະເພາະຈຶ່ງມອບຕົວຜູ້ກໍ່ເຫດໃຫ້ເຈົ້າໜ້າທີ່ ປກສ ເມືອງອາດສະພັງທອງ ດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.