ລົດຮອນດາຊິຕີຮຸ່ນໃໝ່ມີຈຳໜ່າຍແລ້ວທົ່ວປະເທດ

ວັນທີ 21 ມີຖຸນານີ້, ບໍລິສັດ ນິວຈິບເຊັງ ຈຳກັດ, ໄດ້ຈັດພິທີນຳສະເໜີລົດໃຫຍ່ ຮອນດ້າ ຊິຕີ້ໃໝ່, ຂຶ້ນທີ່ຫ້ອງວາງສະແດງ ບ້ານວັດໄຕ, ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ສະເໜີ ຈຸນລະມະນີ ຮອງປະທານ ບໍລິສັດ ນິວຈິບເຊັງ ຈຳກັດ ແລະ ມວນຊົນເຂົ້າຮ່ວມເປັນຈຳນວນຫລາຍ.
ທ່ານຮອງປະທານບໍລິສັດ ກ່າວວ່າ: ລົດຮຸ່ນນີ້ ໄດ້ມີການປັບຮູບໂສມໃໝ່ທີ່ໂດດເດັ່ນຫລາຍຢ່າງຄື: ພາຍໃນຫ້ອງໂດຍສານກວ້າງຂວາງ, ມີຄວາມສະດວກສະບາຍໃນການນຳໃຊ້ ແລະ ດ້ວຍອຸປະກອນທີ່ທັນສະໄໝ, ມີ ມາດຕະຖານຄວາມປອດໄພສູງ, ບໍ່ມີສຽງລົບກວນຈາກພາຍນອກ ແລະ ພິເສດ ຍັງມາພ້ອມກັບຄວາມປະຢັດນ້ຳມັນທີ່ເປັນເລີດ.
ປັດຈຸບັນ ຮອນດ້າ ຊິຕີ້ໃໝ່ 2017 ມີໃຫ້ເລືອກເຖິງ 6 ສີຄື: ສີຂາວມຸກ, ດຳມຸກ, ປອນເມທາລິກ, ເທົາເມທາລິກ, ແດງມຸກ ແລະ ສີຟ້າມຸກ ໃນລາຄາ 190 ລ້ານກວ່າກີບ, ສາມາດເຂົ້າໄປເລືອກຊົມໄດ້ຢູ່ທີ່ຫ້ອງຂາຍຂອງບໍລິສັດຕາມສາຂາຈຳໜ່າຍຕ່າງໆໃນທົ່ວປະເທດໄດ້.

