ເມືອງຄູນຄຳ ເລັ່ງຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ

ທ່ານ ວັນນະຫົງ ທຳມະວົງສາ ຮອງເຈົ້າເມືອງຄູນຄຳ ແຂວງຄຳມ່ວນ, ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ໃຫ້ຮູ້ວ່າ: ໃນຕົ້ນເດືອນສິງຫາ 2023 ຜ່ານມາ ເມືອງຄູນຄຳ ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຢ່າງໜັກໜ່ວງ, ມີບ້ານເຮືອນຂອງປະຊາຊົນ ຖືກນໍ້າຖ້ວມ ທັງໝົດ 14 ບ້ານ, ມີປະຊາ ຊົນໄດ້ຮັບຜົນກະທົບ 12.767 ຄົນ, ມີ 2.575 ຫລັງຄາເຮືອນ, 2.812 ຄອບຄົວ, ເນື້ອທີ່ທຳການຜະລິດ ຖືກນ້ຳຖ້ວມ ເສຍຫາຍ 6.000 ກວ່າເຮັກຕາ ແລະ ສັດລ້ຽງສູນຫາຍທັງໝົດ 11.000 ກວ່າໂຕ. ຕໍ່ຜົນກະທົບດັ່ງກ່າວ, ຫລັງຈາກນ້ຳບົກແຫ້ງລົງເປັນປົກກະຕິ ຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນເມືອງ ຈະເລັ່ງຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນໃນທຸກໆດ້ານຢ່າງຮີບດ່ວນ ໂດຍສະເພາະ ຈະເລັ່ງຟື້ນຟູພື້ນຖານໂຄງລ່າງຕ່າງໆເປັນຕົ້ນ ລະບົບໄຟຟ້າ, ນ້ຳ, ສ້ອມແປງໂຮງຮຽນ, ໂຮງໝໍ, ຫ້ອງການບ້ານ, ລະບົບຊົນລະປະທານ ແລະ ອື່ນໆ ທີ່ໄດ້ຮັບຜົນກະທົບ ໃຫ້ກັບຄືນສູ່ສະພາບປົກກະຕິໂດຍໄວ.

ນອກນີ້, ຈະປັບປຸງເສັ້ນທາງສາຍຕ່າງໆ ທີ່ເປ່ເພ, ທີ່ຕ່ຳ, ນ້ຳຖ້ວມເປັນປະຈຳ (ຍົກເສັ້ນທາງຂຶ້ນຕື່ມ) ໂດຍສະເພາະເສັ້ນທາງ ລະຫວ່າງບ້ານນາເມືອງ ຫາ ບ້ານກອງລໍ ທີ່ຖືກນ້ຳຖ້ວມເປັນປະຈຳ ແລະ ຈະຟື້ນຟູພື້ນທີ່ທຳການຜະລິດ ຂອງປະຊາຊົນ ໂດຍການສະໜອງແນວພັນເຂົ້າ, ແນວພັນພືດ, ແນວພັນສັດ ແລະ ອື່ນໆ ໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບຢ່າງທົ່ວເຖິງ ເພື່ອສືບຕໍ່ທຳການຜະລິດ ໃນລະດູແລ້ງ. ພ້ອມທັງ, ຈະເຝົ້າລະວັງພະຍາດຄົນ, ສັດທີ່ອາດຈະເກີດຂຶ້ນພາຍຫລັງນ້ຳບົກແຫ້ງລົງ ແນໃສ່ຫລີກລ່ຽງຜົນກະທົບທີ່ຈະຕາມມາ.

ສຳລັບ ເສັ້ນທາງ 8A ລະຫວ່າງເມືອງຄູນຄຳ ແຂວງຄຳມ່ວນ-ເມືອງຄຳເກີດ ແຂວງບໍລິຄຳໄຊ ລັດຖະບານມີແຜນຈະສ້າງທາງລອດອຸມຸງ (ເຈາະອຸມົງ) ໂດຍໄດ້ມີການສຳຫລວດແລ້ວ ແຕ່ຍັງລໍຖ້າຫງົບປະມານໃນການກໍ່ສ້າງ, ຖ້າເສັ້ນທາງດັ່ງກ່າວ ໄດ້ກໍ່ສ້າງຕາມເປົ້າໝາຍ ຈະເຮັດໃຫ້ການເດີນທາງໄປ-ມາຂອງປະຊາຊົນ ມີຄວາມສະດວກສະບາຍ, ວ່ອງໄວ, ປອດໄພ ຈາກດິນເຊາະເຈື່ອນ.