ຈໍາປາສັກ ປະມູນປ້າຍທະບຽນລົດ ຄັ້ງທີ 2 ເພື່ອນຳເງິນເຂົ້າກອງທຶນທາງ ໄດ້ 1 ຕື້ກວ່າກີບ

ວັນທີ 11 ກໍລະກົດ 2025 ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຈໍາປາສັກ ໄດ້ຈັດພິທີປະມູນເລກປ້າຍທະບຽນຍານພາຫະນະທາງບົກ ປະເພດລົດຈັກ ແລະ ລົດເບົາ ເອກະຊົນລາວ ແລະ ທຸລະກິດ 100% ຄັ້ງທີ 2 ໂດຍການເປັນປະທານຂອງ ທ່ານ ຈັນທະວີສຸກ ວັນສີລິ ຫົວໜ້າພະແນກ ຍທຂ ແຂວງ ຄະນະກໍາມະການຈັດຕັ້ງການປະມູນ.

ປ້າຍທະບຽນທີ່ປະມູນຄັ້ງນີ້ ປະກອບມີປ້າຍທະບຽນເລກສີ່ຕົວຄືກັນ (ເລກເປົ່າ), ເລກລຽງສີ່ຕົວ ແລະ ເລກຄູ່ຄືກັນ ລວມທັງໝົດມີ 12 ເລກທະບຽນ, ລາຄາປະມູນເລີ່ມຕົ້ນ 820,000 ກີບ. ຜ່ານຈາກການປະມູນ, ມູນຄ່າຊະນະການປະມູນ 1,090,500,000 ກີບ, ເງິນດັ່ງກ່າວຈະໄດ້ມອບເຂົ້າກອງທຶນທາງ ຂອງກະຊວງ ຍທຂ.

ຫຼັງຈາກປະມູນໄດ້ແລ້ວ ເຈົ້າຂອງຕ້ອງນໍາໝາຍເລກທະບຽນພາຫະນະທາງບົກທີ່ຕົນປະມູນໄດ້ ໄປຂຶ້ນທະບຽນນໍາຂະແໜງການທີ່ກ່ຽວຂ້ອງ ໃນໄລຍະເວລາບໍ່ໃຫ້ເກີນ 6 ເດືອນ, ຖ້າກາຍກໍານົດຖືວ່າສະຫຼະສິດ ແລະ ເລກປ້າຍທະບຽນດັ່ງກ່າວຈະຖືກນໍາໄປປະມູນໃນຄັ້ງຕໍ່ໄປ, ສ່ວນເງິນທີ່ຊໍາລະຄ່າເລກປ້າຍທະບຽນ ຈະບໍ່ໄດ້ສົ່ງຄືນ ແລະ ຈະຕົກເປັນຂອງລັດ.