ແຊມເບີເລນ ອາດີດກອງກາງ ລີເວີພູລ ແລະ ອາຣເຊນອລ ໄດ້ສັງກັດໃໝ່ທີ່ ຕູຣາກີ

ອາເລັກ ອັອກເລດ ແຊມເບີເລນ ອາດີດກອງກາງ ລີເວີພູລ ແລະ ອາຣເຊນອລ ໄດ້ສັງກັດໃໝ່ສະໂມສອນ ເບຊິກຕັສ ທີມໃນລີກສູງສຸດຂອງ ຕູຣາກີ ເຊັນສັນຍາ 3 ປີ ຈະໄດ້ຮັບຄ່າແຮງ 2.5 ລ້ານເອີໂຣຕໍ່ລະດູການ ແລະ ຈະໄດ້ເພີ່ມຂຶ້ນອີກ 10,000 ເອີໂຣຕໍ່ນັດທີ່ລົງສະໜາມ.
✅ ກອງກາງຊາວອັງກິດ ໄວ 29 ປີ ໝົດສັນຍາກັບ ຫົງແດງ ລີເວີພູລ ຫລັງຈົບລະດູການຜ່ານມາ ຮັບໃຊ້ທີມແຕ່ປີ 2017-2023 ລວມທັງໝົດ 146 ນັດ ຍິງ 18 ປະຕູ 15 ແອັສຊິດ.