ທີມບານເຕະເຍົາວະຊົນລາວ U10 ປີ W.I.G Naga ຊະນະທີມເຈົ້າພາບ 3 ນັດລວດ ທີ່ ສປ ຈີນ ເຂົ້າຮອບແນ່ນອນແລ້ວ!

ຄະນະນັກກີລາເຕະບານຊາຍ ເຍົາວະຊົນລາວ ຮຸ່ນອາຍຸບໍ່ເກີນ 10 ປີ ທີມ W.I.G NAGA ຜົນງານດີຕໍ່ເນື່ອງ ຊະນະ 3 ສະໂມສອນຈາກເຈົ້າພາບ ສປ ຈີນ ລາຍການ Peace Cup 2023 ທີ່ເມືອງເສິນຢາງ ( Shenyang ) ຄວ້າໄຊ 3 ນັດທໍາອິດ, ພິເສດ ອານຸສັກ ວິໄລກຸນ ຫຼື ບ້ຽວເກດ ອາຍຸພຽງ 8 ປີ ຄວ້າລາງວັນ Man of the match ຫລື ນັກເຕະດີເດັ່ນ ໄດ້ 3 ນັດ.
ການແຂ່ງຂັນລາຍການດັ່ງກ່າວ ເລີ່ມແຂ່ງຂັນມາແລ້ວ 2 ມື້ ຄືວັນທີ 13-14 ສິງຫາ 2023 ໂດຍນັດທໍາອິດ U10 ປີ W.I.G NAGA ຖະຫຼົ່ມ QIN HUANGBOY 7-0 ອານຸສັກ ວິໄລກຸນ ຍິງຄົນດຽວ 3 ປະຕູ ພ້ອມຄວ້າລາງວັນ Man of the match, ສ່ວນອີກ 4 ປະຕູໄດ້ຈາກ ໄຊຍະສອນ ຍິງ 2 ປະຕູ, ພົງສະຫວັນ 1 ປະຕູ, ສຸພະໄຊ 1 ປະຕູ.
ສ່ວນໃນຕອນແລງ U10 W.I.G NAGA ສາມາດເອົາຊະນະ SHENYANG LONGXIN FC 4-0 ຈາກການຍິງຂອງ ໄຊຍະສອນ 2 ປະຕູ, ພັດທະນາ ( ໂອເວັ້ນ ) 1 ປະຕູ ແລະ ອານຸສັກ 1 ປະຕູ ເຊິ່ງນັດນີ້ ອານຸສັກ ໄດ້ລາງວັນ Man of the match ນັດທີ 2 ຕິດຕໍ່ກັນ ເນື່ອງຈາກຍິງໄປ 1 ປະຕູ ແລະ ສົ່ງບານໃຫ້ເພື່ອນຮ່ວມທີມຍິງອີກ 2 ປະຕູ ລວມເຖິງມີສ່ວນກັບເກມຫຼາຍທີ່ສຸດ.
ຫຼ້າສຸດໃນຕອນບ່າຍຂອງວັນທີ 14 ສິງຫາ 2023 U10 W.I.G NAGA ລົງສະໜາມນັດທີ 3 ສາມາດເອົາຊະນະ LANGFANG QUANTA ອີກໜຶ່ງທີມຈາກເຈົ້າພາບ 5-1 ຈາກການຍິງຂອງ ອານຸສັກ ວິໄລກຸນ 3 ປະຕູ, ພັດທະນາ 1 ປະຕູ ແລະ ໄຊຍະສອນ 1 ປະຕູ ແນ່ນອນ ອານຸສັກ ຍັງຄວ້າລາງວັນ Man of the match ໄດ້ເປັນນັດທີ 3 ຕິດຕໍ່ກັນ.
✅ ຈາກຜົນດັ່ງກ່າວເຮັດໃຫ້ U10 ປີ W.I.G NAGA ເກັບ 9 ຄະແນນເຕັມ ພ້ອມຢຶດທີມນໍາກຸ່ມ A ຜ່ານເຂົ້າຮອບ 8 ທີມສຸດທ້າຍແນ່ນອນແລ້ວ ແລະ ຈະລົງສະໜາມນັດສຸດທ້າຍໃນມື້ອື່ນເພື່ອລຸ້ນເປັນທີໜຶ່ງຂອງກຸ່ມ ຈະພົບກັບ KOREA STS ຈາກສາທາລະນະລັດເກົາຫຼີ ເວລາ 10:00 ໂມງ ຂອງວັນທີ 15 ສິງຫາ 2023.
ຂ່າວ: Larh Creators; ຮູບຈາກ: WIG NAGA