ນັອດຕິ້ງແຮມ ຟໍເຣັສ ເປີດໂຕ ອີແລນກ້າ ສູນໜ້າຍ້າຍຈາກ ແມນຢູ 15 ລ້ານປອນ!

ເຈົ້າປ່າ ນັອດຕິ້ງແຮມ ຟໍເຣັສ ເປີດໂຕ ແອນໂທນີ້ ອີແລນກ້າ ສູນໜ້າທີມຊາດສະວີເດັນ (ຊູແອັດ) ໄວ 21 ປີ ທີ່ຊື້ມາຈາກ ແມນເຊັສເຕີ ຢູໄນເຕັດ 15 ລ້ານປອນ ເຊັນສັນຍາ 5 ປີ.

ແອນໂທນີ້ ອີແລນກ້າ ເຕີບໂຕມາຈາກອາຄາເດມີ້ຂອງ ແມນຢູ ແລະ ກ້າວຂຶ້ນທີມຊຸດໃຫຍ່ໃນປີ 2021 ລົງຫລິ້ນ 55 ນັດ ຍິງ 4 ປະຕູ ແລະ 4 ແອັສຊິດ, ຊ່ວຍທັບປີສາດແດງໄດ້ແຊ້ມ ລີກຄັບ ໜຶ່ງສະໄໝ, ຮອງແຊ້ມ ເອັຟເອຄັບ ແລະ ຢູໂຣປ້າລີກ ລາຍການລະໜຶ່ງຄັ້ງ.
ສະເພາະລະດູການຜ່ານມາໄດ້ລົງຫລິ້ນ 26 ນັດ, ເກມລີກ 16 ນັດ, ໃນນາມທີມຊາດເນເທີແລນ ຕິດທີມຊຸດໃຫຍ່ມາແຕ່ປີ 2022 ລົງຫລິ້ນ 12 ນັດ ຍິງ 3 ປະຕູ.