ຢາກຢູ່ຕໍ່! ຟີລິບ ເຜີຍກຽມທີ່ຈະປຶກສາຫາລືເລື່ອງອະນາຄົດກັບ ແມນຊິຕີ້

ກອງກາງທີມຊາດອັງກິດ ຢືນຢັນວ່າເຂົາຕັ້ງໃຈຢູ່ກັບ ແມນຊິຕີ້ ຕໍ່ໄປ. ແຕ່ກໍ່ຕ້ອງມີການໂອ້ລົມກັບຄູຝຶກຊາວສະເປນກ່ຽວກັບອະນາຄົດຂອງຕົນເອງກ່ອນ.

ຄາວິນ ຟີລິບ ກອງກາງຂອງ ແມນເຊັສເຕີ ຊິຕີ້ ເປີດເຜີຍວ່າ ລາວຍັງຕ້ອງການຫລິ້ນຢູ່ທີ່ ເອຕິຮັດ ຕໍ່ໄປ ແຕ່ຈະຕ້ອງມີການໂອ້ລົມກັບ ເປບ ກວາດີໂອລາ ກ່ອນກ່ຽວກັບໂອກາດທີ່ຈະລົງຫລິ້ນໃນອະນາຄົດ.

ກອງກາງອາຍຸ 27 ປີ ຍ້າຍຈາກ ລີດ ຢູໄນເຕັດ ມາຮ່ວມກັບ ເຮືອໃບສີຟ້າ ເມື່ອລະດູການທີ່ຜ່ານມາ ແຕ່ມີບັນຫາກ່ຽວກັບການບາດເຈັບ ແລະ ຮູບແບບການຫລິ້ນ. ຈົນໄດ້ລົງຕົວຕົວຈິງພຽງ 4 ນັດລວມທຸກລາຍການ ແລະ ລົງເປັນຕົວສຳຮອງອີກ 17 ນັດ ເຮັດໃຫ້ມີຂ່າວວ່າອາດຈະຕ້ອງຍ້າຍທີມໃນຊ່ວງຊຳເມີນີ້.

ຢ່າງໃດກໍຕາມ, ຟີລິບ ຢືນຢັນວ່າລາວຍັງຕ້ອງການທີ່ຈະຢູ່ກັບ ຊິຕີ້ ຕໍ່ໄປເຖິງແມ່ນວ່າມີຂ່າວລືວ່າ ລິເວີພູລ ໃຫ້ຄວາມສົນໃຈ.