ດອນນາຣຸມມ່າ ນັກຮັບມືໜຶ່ງ ເປແອສເຊ ຖືກຄົນຮ້າຍບຸກຊີງຊັບ! ໃຈກາງເມືອງປາຣີ

 

ເມື່ອຄືນວັນທີ 21 ກໍລະກົດ 2023 ຜ່ານມາ BBC ສື່ຊື່ດັງລາຍງານວ່າ ຈານລຸຍຈິ ດອນນາຣຸມມ່າ ຜູ້ຮັກສາປະຕູອາຍຸ 24 ປີ ຂອງ ປາຣີ ແຊັງ-ແຊັກແມັງ  ຖືກກຸ່ມຄົນຮ້າຍບຸກເຂົ້າມາທຳຮ້າຍຮ່າງກາຍ ແລະ ປຸ້ນຈີ້ຊີງຊັບຢູ່ທີ່ເຮືອນຂອງຕົນເອງ ໃນນະຄອນຫລວງ ປາຣີ ປະເທດຝຣັ່ງ.

ມີການລາຍງານວ່າ ກຸ່ມຄົນຮ້າຍໄດ້ຈັບມັດຕົວ ຈານລຸຍຈິ ດອນນາຣຸມມ່າ ແລະ ແຟນຂອງລາວ ກ່ອນທີ່ຈະກວດເອົາເຄື່ອງປະດັບຫລູຫລາ, ໂມງ ແລະ ເຄື່ອງໜັງລາຄາແພງ. ລວມແລ້ວມູນຄ່າທັງໝົດຫລາຍກວ່າ 500,000 ເອີໂຣ.

ແຕ່ໂຊກດີທີ່ ຈານລຸຍຈິ ດອນນາຣຸມມ່າ ແລະ ແຟນຂອງລາວສາມາດຫລົບຫນີອອກມາໄດ້. ກ່ອນ​ຈະ​ໜີ​ໄພໄປ​ໂຮງ​ແຮມ​ໃກ້​ຄຽງ ແລະ ຖືກນຳໂຕສົ່ງໂຮງໝໍໃນເວລາຕໍ່ມາ ຂະນະ​ນີ້ ຕຳຫລວດ​ຕ້ານ​ການປົ້ນຈີ້ຂອງ​ຝຣັ່ງ ຫລື BRB ພວມ​ສືບ​ສວນ​ຫາ​ຂໍ້​ມູນ ​ແລະ ​ເກັບ​ກຳ​ຫລັກ​ຖານ​ເພື່ອ​ຊອກ​ຫາ​ຜູ້​ກະທຳ​ຜິດ​ໂດຍ​ໄວ.