ຄູຊາ ຟອມດີຄວ້າແຊ້ມ ມາຢາໂຄບ້າ ກ໊ອຟ ຄລາສສິກ

ແມັດ ຄູຊາ ນັກກ໊ອຟຈາກອາເມລິກາ ຄວ້າແຊ້ມ ມາຢາໂຄບ້າ ກ໊ອຟ ຄລາສສິກ ໄປຄອງ ເຊິ່ງນີ້ຖືເປັນແຊ້ມລະດັບ ພີຈີເອ ທົວ ລາຍການທຳອິດຂອງລາວໃນຮອບຫລາຍກວ່າ 4 ປີ.
ແມັດ ຄູຊາ ນັກກ໊ອຟຊາຍຊາວອາເມລິກາ ໂຊຟອມໄດ້ດີ ເກັບເພີ່ມ 2 ອັນເດີພາຣ ໃນການແຂ່ງຮອບສຸດທ້າຍ ມາຢາໂຄບ້າ ກ໊ອຟ ຄລາສສິກ ໃນວັນທີ 11 ພະຈິກຜ່ານມາ ເຮັດໃຫ້ລາວໄດ້ແຊ້ມລາຍການນີ້ໄປຄອງ ດ້ວຍຄະແນນລວມ 22 ອັນເດີພາຣ 262.
ໃນຮອບສຸດທ້າຍ ຄູຊາ ເສຍໄປ 2 ໂບກີ້ ແຕ່ຍັງເຮັດໄດ້ເຖິງ 4 ເບີດີ້ ເຊິ່ງນີ້ຖືເປັນການໄດ້ແຊ້ມລະດັບ ພີຈີເອ ທົວ ລາຍການທຳອິດໃນຮອບຫລາຍກວ່າ 4 ປີຂອງລາວ ແລະ ຍັງເປັນແຊ້ມລະດັບ ພີຈີເອ ທົວ ລາຍການທີ 8 ໃນຊີວິດຂອງລາວ.
ສະຫລຸບຜົນການແຂ່ງຂັນກ໊ອຟ ພີຈີເອ ທົວ ລາຍການ ມາຢາໂຄກ້າ ກ໊ອຟ ຄລາສສິກ ຊີງເງິນລາງວັນລວມ 7.200.000 ໂດລາສະຫະລັດ ທີ່ສະໜາມເອລ ຄາມາເລອອນ ກ໊ອຟ ຄລັບ ໄລຍະ 6.987 ຫລາ ພາຣ 71 ທີ່ເມືອງພລາຢາ ເດລ ຄາເມນ ປະເທດເມັກຊິໂກ.

