ຊີດານ ເປີເຜີຍຕໍ່ສັນຍາໃໝ່ກັບ ຣິນ ມາດຣິດ ແລ້ວ

ຊີເນດີນ ຊີດານ ຜູ້ຈັດ ການທີມ ຣິນ ມາດຣິດ ເປີດ ເຜີຍວ່າ: ລາວໄດ້ຕໍ່ສັນຍາສະ ບັບໃໝ່ກັບ ຣິນ ມາດຣິດ ອອກ ໄປແລ້ວ ເຖິງວ່າຈະຍັງບໍ່ມີ ການປະກາດເລື່ອງນີ້ອອກມາຢ່າງເປັນທາງການກໍຕາມ.
ຮິນ ມາດຣິດ ຈັບນັກເຕະ ຄົນສຳຄັນຕໍ່ສັນຍາໃໝ່ໄປຫຼາຍຄົນຕະຫຼອດອາທິດຜ່ານມາ ແລະ ຊີດານ ກໍຢືນຢັນລະ ຫວ່າງການຖະແຫຼງຂ່າວວ່າ ລາວກໍຕໍ່ສັນຍາໃໝ່ອອກໄປ ແລ້ວເຊັ່ນກັນ ຫຼັງສັນຍາເກົ່າ ຈະໝົດໃນລະດູການນີ້.
“ໃນເລື່ອງຂອງການຕໍ່ ສັນຍາໃໝ່ ມັນສຳເລັດແລ້ວ ແຕ່ມັນບໍ່ໄດ້ມີຄວາມໝາຍ ຫຍັງ ຂ້ອຍສົນໃຈຄວາມເປັນ ໄປໃນແຕ່ລະມ້ືຫຼາຍກວ່າ ແລະ ຂ້ອຍກໍບໍ່ໄດ້ເບິ່ງໄປໄກກວ່ານັ້ນ ນີ້ມັນເປັນເລື່ອງຊັບຊ້ອນ” ຊີດານ ກ່າວ

