ໄທສັນ ຟີວຣີ ກຽມດວນກຳປັ້ນກັບ ຟານຊິສ ເອັນການນູ ອະດີດແຊ້ມ UFC ທີ່ຊາອຸດິ ອາຣາເບຍ ວັນທີ 28 ຕຸລານີ້

ເປັນທີ່ດຶງດູດຄວາມສົນໃຈຂອງແຟນມວຍເມື່ອ ທັອບແຣັງ ນັກຈັດມວຍລະດັບໂລກປະກາດວ່າ ໄທສັນ ຟີວຣີ ແຊ້ມໂລກລຸ້ນໃຫຍ່ຊາວອັງກິດ ຈະຂຶ້ນຊົກພົບກັບ ຟານຊິສ ເອັນການນູ ອະດີດນັກມວຍ ແຊ້ມໂລກ UFC ທີ່ປະເທດ ຊາອຸດິ ອາຣາເບຍ.
ການແຂ່ງຂັນມວຍຂ້າມວົງການຈະຈັດຂຶ້ນໃນວັນທີ 28 ເດືອນຕຸລາໃນເມືອງ ຣິຢາດ. ຊາອຸດິອາຣາເບຍ ຫລັງຈາກທັງສອງຝ່າຍຕົກລົງກັນຮຽບຮ້ອຍ ເຊິ່ງທັງສອງຈະຕໍ່ສູ້ພາຍໃຕ້ກົດກະຕິກາຂອງມວຍສາກົນອາຊີບ. ໃຊ້ວິທີການຕັດສິນຄະແນນນັບ 10 ໃນແຕ່ລະຍົກວ່າໃຜຊົກໄດ້ດີກວ່າມີຜູ້ຕັດສິນ 3 ຄົນ, ແຕ່ຈະຊົກຈັກຮອບຕ້ອງລໍຖ້າອັບເດດ.

