ເຊລຊີ ກຽມຕັ້ງ ເມົາຣີຊີໂອ ໂປເຊັດຕີໂນ ເຮັດໜ້າທີ່ຜູ້ຈັດການທີມຄົນໃຫມ່

,
ສື່ອັງກິດລາຍງານວ່າ ເຊລຊີ ໃກ້ທີ່ຈະແຕ່ງຕັ້ງ ເມົາຣີຊີໂອ ໂປເຊັດຕີໂນ ອະດີດຜູ້ຈັດການທີມ ທັອດແນມ ຮັອດສະເປີ ເຂົ້າເຮັດໜ້າທີ່ເປັນຜູ້ຈັດການທີມຖາວອນຄົນໃຫມ່.
ໂດຍ ໂປເຊັດຕີໂນ ກາຍເປັນຕົວເລືອກລຳດັບທຳອິດທີ່ຈະເຂົ້າມາຮັບວຽກຄຸມ ເຊລຊີ ແບບຖາວອນຕໍ່ຈາກ ແກຣມ ພັອດເຕີ ຫລັງ ຢູລຽນ ນາເກລມັນ ອະດີດຜູ້ຈັດການທີມ ບາເຢິນ ມິວນິກ ຕັດສິນໃຈຖອນຕົວເຖິງວ່າຈະມີການເຈລະຈາກັບ ເຊລຊີ ແລ້ວຫລາຍຄັ້ງ.
ຫລ້າສຸດ ເດິ ກາດຽນ ສື່ຊື່ດັງລະບຸວ່າ ເຊລຊີ ເຊິ່ງປັດຈຸບັນມີ ແຟຣັງ ແລມພາດ ເຮັດໜ້າທີ່ຜູ້ຈັດການທີມຮັກສາການໃກ້ທີ່ຈະແຕ່ງຕັ້ງ ໂປເຊັດຕີໂນ ໃຫ້ເຂົາມາຮັບວຽກຜູ້ຈັດການທີມຄົນໃຫມ່ ຫລັງການເຈລະຈາລະຫວ່າງສອງຝ່າຍເປັນໄປໄດ້ດີ ແລະ ຈະມີການຢືນຢັນໃນໄວໆນີ້.
ຫລ້າສຸດມີລາຍງານເພີ່ມວ່າ ຂໍ້ຕົກລົງຂອງ ເຊລຊີ ກັບ ໂປເຊັດຕີໂນ ຍັງບໍ່ສຳເລັດໃນຂະນະນີ້ ແລະ ເຊລຊີ ກໍມີຕົວເລືອກອື່ນໆ ຫາກການເຈລະຈາເກີດລົ້ມເຫລວ.
ສຳລັບ ໂປເຊັດຕີໂນ ຫວ່າງວຽກນັບຕັ້ງແຕ່ແຍກທາງກັບ ປາຣີສ ແຊັງ ແຊັກແມັງ ເມື່ອເດືອນກໍລະກົດ 2022 ເຊິ່ງກ່ອນໜ້ານັ້ນລາວມີປະສົບການຄຸມ ສະເປີ ລະຫວ່າງປີ 2014-2019.

