ປາຣີ ແຊັງແຊກແມັງ ແຕ່ງຕັ້ງ ຫລຸຍ ເອນຣິເກ້ ເປັນຄູຝຶກຄົນໃໝ່ຢ່າງເປັນທາງການ

ທັບເປແອສເຊ ຫາກໍ່ປະກາດຍົກເລີກສັນຍາກັບ ຄຣິສຕອຟ ກັລຕິເຢ ຫົວຫນ້າຄູຝຶກຄົນຫລ້າສຸດຂອງທີມ, ເຖິງແມ່ນວ່າຈະນໍາພາທີມໃຫ້ໄດ້ແຊ້ມ ລີກ 1 ແຕ່ໃນເຕະບານເອີຣົບ ຢູຟ້າ ແຊມປ້ຽນລີກ ກັບຫລົ້ມເຫລວຕົກຮອບ 16 ທີມ, ທັງບານເຕະໃນປະເທດ ເຊັ່ນ ເຕະບານຝຣັ່ງ ຄັຟ ກໍໄດ້ຢຸດເສັ້ນທາງໃນຮອບ 16 ທີມເຊັ່ນກັນ.

ກ່ອນທີ່ ເປແອສເຊ ຈະຫັນໄປຫາ ເອນຣິເກ້, ວ່າງງານນັບຕັ້ງແຕ່ການລາອອກຈາກຕໍາແໜ່ງຄູຝຶກຂອງທີມຊາດສະເປນ. ຫລັງພາທີມຕົກຮອບ 16 ໃນບານໂລກ 2022, ເອນຣິເກ້ ເຊັນສັນຍາ 2 ປີກັບ ເປແອສເຊ ຈົນເຖິງລະດູຮ້ອນປີ 2025.