ສສຊ ແຂວງຜົ້ງສາລີ ສະເໜີໃຫ້ລັດຖະບານແກ້ໄຂບັນຫາຄວາມຫຍຸ້ງຢາກໃນການເຮັດໜັງສືຜ່ານແດນ

ວັນທີ 27 ມິຖຸນາ 2023 ທ່ານ ອູ່ຄຳ ຕຸລາພັນ, ສະມາຊິກສະພາແຫ່ງຊາດ ຈາກເຂດເລືອກຕັ້ງທີ 2 ແຂວງຜົ້ງສາລີ ໄດ້ນໍາເອົາຄໍາຄິດຄໍາເຫັນ ແລະ ຄໍາສະເໜີຂອງປະຊາຊົນບັນດາເຜົ່າຢູ່ແຂວງຜົ້ງສາລີ ມາສະເໜີຢູ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ເພື່ອໃຫ້ລັດຖະບານເອົາໃຈໃສ່ແກ້ໄຂ ກ່ຽວກັບການເຮັດໜັງສືຜ່ານແດນ (Passport) ໃຫ້ດີຂຶ້ນກວ່າເກົ່າ.
ທ່ານ ອຸ່ຄຳ ຕຸລາພັນ ປະກອບຄໍາເຫັນວ່າ: ບໍ່ຮູ້ວ່າລັດຖະບານໄດ້ແບ່ງຂັ້ນຄຸ້ມຄອງຄືແນວໃດລະຫວ່າງຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນກ່ຽວກັບການປະຕິບັດນະໂຍບາຍວຽກງານສາມສ້າງ ກ່ຽວກັບການເຮັດໜັງສືຜ່ານແດນ,ເພາະຜ່ານການຈັດຕັ້ງປະຕິບັດຕົວຈິງມາຮອດປັດຈຸບັນນີ້, ສະເພາະຢູ່ແຂວງຜົ້ງສາລີ ປະຊາຊົນພົບຄວາມຫຍຸ້ງຍາກລໍາບາກຫລາຍໃນການເດີນທາງໄປເຮັດໜັງສືຜ່ານແດນເພື່ອເດີນທາງໄປຕ່າງປະເທດ ເຊີ່ງບັນຫາທີ່ພົບແມ່ນເສຍເວລາ ແລະ ເສຍຄ່າໃຊ້ຈ່າຍສູງ ໃນການເຮັດໜັງສືຜ່ານແດນ, ຖ້າເປັນແບບນີ້ອີກຕໍ່ໄປມັນບໍ່ແມ່ນການແກ້ໄຂຄວາມທຸກຍາກຂອງປະຊາຊົນ ແຕ່ເປັນການເພີ່ມຄວາມທຸກຍາກໃຫ້ເຂົາເຈົ້າຕື່ມອີກ.
ທ່ານສະເໜີວ່າ: ຖ້າເປັນໄປໄດ້ ຢາກສະໜີໃຫ້ສາມາດປະກອບເອກະສານ ກໍຄື ປະກອບຂໍ້ມູນຕ່າງໆ ທີ່ຈໍາເປັນໃຫ້ສໍາເລັດຢູ່ພະແນກການຕ່າງປະເທດຂອງແຂວງຜົ້ງສາລີເສຍກ່ອນຈຶ່ງໄປຍື່ນຕໍ່ພາກສ່ວນທີ່ກ່ຽວຂ້ອງໃນການອອກໜັງສືຜ່ານແດນ ເພື່ອຫລຸດຜ່ອນທາງດ້ານເວລາ ແລະ ຄ່າໃຊ້ຈ່າຍຕ່າງໆ ທີ່ຈໍາເປັນຂອງປະຊາຊົນ.

