ພິທີມອບ-ຮັບ ໂຄງການການຜະລິດກາເຟອິນຊີ, ການສ້າງຄວາມຫລາກຫລາຍທາງເສດຖະກິດ ແລະ ການສ້າງຄວາມອາດສາມາດໃຫ້ປະຊາຊົນຢູ່ບ້ານນ້ຳວາງ ເມືອງວຽງພູຄາ, ແຂວງຫລວງນ້ຳທາ ໃນວັນທີ 4 ມັງກອນ 2024 ຜ່ານມາ ໂດຍການເຂົ້າຮ່ວມຂອງ ທ່ານ ປຣາຊານ ອາກຣໍວາລ ເອກອັກຄະລັດຖະ ທູດ ອິນເດຍປະຈຳ ສປປ ລາວ ພ້ອມດ້ວຍຜູ້ຕ່າງໜ້າຈາກພາກສ່ວນກ່ຽວຂ້ອງ ແລະ ພະແນກຂອງແຂວງເຂົ້າຮ່ວມ.
ໂຄງການດັ່ງກ່າວເປັນໂຄງການຊ່ວຍເຫລືອລ້າຂະໜາດນ້ອຍກັບການປົກປັກຮັກສາສິ່ງແວດລ້ອມ ຂອງອົງການ ສະຫະປະຊາຊາດ ພາຍໃຕ້ຂອດການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳຄົງຄາ, ໃຫ້ທຶນສະໜັບສະໜູນໂດຍລັດຖະບານອິນເດຍ ໃນມູນຄ່າ 50.000 ໂດລາສະຫະລັດ ເພື່ອກໍ່ສ້າງໂຮງງານປຸງແຕ່ງກາເຟອິນຊີ, ປູກກາເຟ, ໄມ້ໃຫ້ໝາກ, ກ້ວຍ, ລ້ຽງແບ້ ແລະ ລ້ຽງເຜິ້ງ, ເປົ້າໝາຍເພື່ອສ້າງຄອບຄົວຕົວແບບໃນການຈັດສັນອາຊີບຄົງທີ່ ທົດແທນການຖາງປ່າເຮັດໄຮ່ແບບເລື່ອນລອຍ ແລະ ການປູກຝິ່ນພ້ອມທັງປົກປັກຮັກສາ ແລະ ພັດທະນາເສດຖະກິດ-ສັງຄົມໃຫ້ມີຄວາມເຂັ້ມແຂງ ໃນທຸກດ້ານ ແລະ ກາຍເປັນບ້ານພັດທະນາ ຂອງເມືອງວຽງພູຄາ ແຂວງຫລວງນໍ້າທາ.
ໂອກາດນີ້, ທ່ານ ປຣາຊານ ອາກຣໍວາລ ຍັງໄດ້ເຂົ້າພົບປະກັບທ່ານ ວຽງສະຫວັດ ສີພັນດອນ ເຈົ້າແຂວງຫລວງນ້ຳທາ ເພື່ອລາຍງານ ແລະ ແຈ້ງຈຸດປະສົງຂອງການມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫລວງນ້ຳທາໃນຄັ້ງນີ້. ພ້ອມທັງຢືນຢັນວ່າຈະໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອລ້າແກ່ແຂວງຫລວງນໍ້າທາ ເປັນຕົ້ນ ຍົກລະດັບສະພາບການສຶກສາ, ການພັດທະນາຊັບພະຍາກອນມະນຸດ, ກໍ່ສ້າງໂຮງຮຽນ, ສຸກສາລາ ແລະ ການກໍ່ສ້າງໂຮງຮຽນລະບົບໄອຊີທີ, ເຂົ້າຮ່ວມໂຄງການຮ່ວມມືເສດຖະກິດອິນເດຍ, ຊ່ວຍເຫລືອທຶນໄລຍະສັ້ນໄປແລກປ່ຽນບົດຮຽນຢູ່ປະເທດອິນເດຍ, ທຶນການສຶກ ສາໄລຍະຍາວລະບົບປະລິນຍາຕີ, ປະລິນຍາໂທ, ປະລິນຍາເອກຢູ່ປະເທດອິນເດຍ. ນອກຈາກນີ້, ທາງໂຄງການຍັງມີເງິນກູ້ຢືມດອກເບ້ຍຕໍ່າເຂົ້າໃນການພັດທະນາພື້ນຖານໂຄງລ່າງ ໃຫ້ແຂວງຫລວງນໍ້າທາ ຕື່ມອີກ.