ຮອງນາຍົກ ເນັ້ນໃຫ້ ເມືອງປາກທາ ແຂວງບໍ່ແກ້ວ ແກ້ພະຍາດສວຍໃຊ້ໜ້າທີ່ຕຳແໜ່ງໃນການສໍ້ລາດບັງຫລວງ ຫລື ເຄື່ອນໄຫວກະທຳຜີດອື່ນໆ

ໃນໂອກາດທີ່ ທ່ານ ພົອ ວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເຄື່ອນໄຫວພົບປະ ແລະ ໂອ້ລົມພະນັກງານຫລັກແຫລ່ງ ເມືອງປາກທາ ແຂວງບໍ່ແກ້ວ ວັນທີ 16 ມິຖຸນາ 2023, ທ່ານ ໄດ້ເນັ້ນ ແລະ ຊີ້ນຳບາງດ້ານຄື:
- ຄະນະນຳເມືອງຕ້ອງມີແບບແຜນວິທີເຮັດວຽກ, ມີຄວາມສາມັກຄີເປັນປຶກແຜ່ນ ປະຕິບັດແນວທາງຂອງພັກ-ລັດ ໃຫ້ມີຜົນສັກສິດ, ເຮັດໃຫ້ຖືກທິດ ສອດຄ່ອງກັບທ່າແຮງຕົວຈິງຂອງທ້ອງຖິ່ນຕົນ, ແກ້ໄຂຈຸດບົກຜ່ອງ ທາງດ້ານແນວຄິດ ການກະທຳທີ່ບໍ່ສອດຄ່ອງກັບແນວທາງ.
- ປັບປຸງພັກໃຫ້ປອດໃສ ເຂັ້ມແຂງ ໜັກແໜ້ນ.
- ວິທີການນໍາພາ ໃຫ້ກົມກຽວກັບບົດບາດການນໍາພາ ຮັບປະກັນຄວາມຖືກຕ້ອງສອດຄ່ອງກັບແນວທາງຂອງພັກ.
- ເພີ່ມທະວີນໍາພາຫົວຄິດປະດິດສ້າງ; ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ, ຮັບໃຊ້ຊາດ ຮັບໃຊ້ປະຊາຊົນດ້ວຍຄວາມບໍລິສຸດໃຈ.
- ເວົ້າຕ້ອງຄຽງຄູ່ກັບການປະຕິບັດຕົວຈິງ ມີຄຸນນະທໍາ ວິໃສທັດກວ້າງໄກ, ມີຄວາມເສຍສະຫລະສູງ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ. ແກ້ພະຍາດອາດຍາສິດການສວຍໃຊ້ສິດອໍານາດໜ້າທີ່ຕຳແໜ່ງໃນການສໍ້ລາດບັງຫລວງ ຫລື ເຄື່ອນໄຫວກະທຳຜີດອື່ນໆ ຫາກເກີດຂຶ້ນບ່ອນໃດຕ້ອງແກ້ໄຂຢ່າງເດັດຂາດ ແລະ ວ່ອງໄວທີ່ສຸດ.
- ສ້າງເສດຖະກິດການຜະລິດ-ປູກຝັງ-ລ້ຽງສັດໃຫ້ກາຍເປັນສິນຄ້າ ໃຊ້ທ່າແຮງທີ່ມີໃຫ້ເກີດປະໂຫຍດສູງສຸດ ສ້າງລາຍຮັບໃຫ້ແກ່ ປຊຊ ເພື່ອແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ໝົດໄປ.
- ວຽກງານ ປກຊ-ປກສ ທົ່ວປວງຊົນຮອບດ້ານ, ສຸມໃສ່ວຽກງານກໍ່ສ້າງຮາກຖານການເມືອງ ປູກລະດົມ ປຊຊ ໃຫ້ມີສ່ວນຮ່ວມ ປະຕິບັດສອງວາລະແຫ່ງຊາດ ໃຫ້ກາຍເປັນພັນທະຫນ້າທີ່ຄວາມຮັບຜິດຊອບຂອງທົ່ວປວງຊົນຮອບດ້ານ ຈັດຕັ້ງປະຕິບັດໃຫ້ເປັນປົກກະຕິ-ຕໍ່ເນື່ອງ ຢ່າງມີປະສິດທິຜົນສູງ, ປັບປຸງ ປກຊ-ປກສ ບ້ານໃຫ້ເຂັ້ມແຂງ, ເອົາໃຈໃສ່ຄຸ້ມຄອງຄົນເຂົ້າ-ອອກເມືອງ ໃຫ້ເຂັ້ມງວດ ສະກັດກັນການລັກລອຍເຂົ້າ-ອອກທີ່ບໍ່ຖືກຕ້ອງ, ການຂົນສົ່ງເຄື່ອງຜິດກົດຫມາຍ ແລະ ອັດປ່ອງຂ້າມລອຍໃຫ້ໄດ້, ສະກັດກັ້ນ ແລະ ແກ້ໄຂບັນຫາການຄ້າມະນຸດໃຫ້ຫລຸດນ້ອຍລົງ, ບໍ່ໃຫ້ລູກຫລານປະຊາຊົນລາວຕົກເປັນຜູ້ຖືກເຄາະຮ້າຍຈາກການຄະມະນຸດ.
- ຈັດຕັ້ງຜັນຂະຫຍາຍມະຕິ ຄໍາສັ່ງຂອງພັກ-ລັດ ເຜີຍແຜ່ເຊື່ອມຊຶມໃຫ້ພະນັກງານ, ທະຫານ, ຕໍາຫລວດ ແລະ ປະຊາຊົນຢ່າງທົ່ວເຖິງ, ເປັນປົກກະຕິ, ຕໍ່ເນື່ອງ.
