ທະນາຄານແຫ່ງ ສປປ ລາວ ຊຸກຍູ້ນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ ແລະ ນະໂຍບາຍສິນເຊື່ອ ເພື່ອກະຈາຍແຫລ່ງທຶນສູ່ທ້ອງຖິ່ນ
ວັນທີ 16 ມັງກອນ 2024, ທະນາຄານແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມ ຊຸກຍູ້ການຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະກິດ ແລະ ນະໂຍບາຍສິນເຊື່ອເພື່ອກະຈາຍແຫລ່ງທຶນສູ່ທ້ອງຖິ່ນ ຢູ່ສາຂາ ທະນາຄານແຫ່ງ ສປປ ລາວ ພາກເໜືອ ແຂວງ ຊຽງຂວາງ, ໂດຍມີທ່ານ ນາງ ຂັນແກ້ວ ຫລ້າມະນີເງົາ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ເປັນປະທານ. ເພື່ອສະຫລຸບ ຕີລາຄາ, ທົບທວນຄວາມຄືບໜ້າ ແລະ ຊຸກຍູ້ການຈັດຕັ້ງປະຕິບັດນະໂຍບາຍສິນເຊື່ອເພື່ອກະຕຸ້ນເສດຖະກິດ ແລະ ນະໂຍບາຍສິນເຊື່ອເພື່ອກະຈາຍແຫລ່ງທຶນສູ່ທ້ອງຖິ່ນ ຂອງສາມແຂວງພາກເໜືອ ຄື: ຊຽງຂວາງ, ຫົວພັນ ແລະ ໄຊສົມບູນ.
ກອງປະຊຸມໄດ້ແລກປ່ຽນ, ຖອດຖອນບົດຮຽນ ແລະ ປຶກສາຫາລືການຈັດຕັ້ງ 2 ນະໂຍບາຍສິນເຊື່ອ ແນໃສ່ຮັບປະກັນປະສິດທິພາບ ແລະ ປະສິດທິຜົນຂອງນະໂຍບາຍ, ຮັບຟັງການເຜີຍແຜ່ຄໍາແນະນໍາການຈັດຕັ້ງປະຕິບັດ 2 ນະໂຍບາຍ ເຊິ່ງໄດ້ລວມເອົາບັນຫາ ທີ່ບັນດາແຂວງຍົກຂຶ້ນ ເພື່ອໃຫ້ມີຄວາມເອກະພາບ ແລະ ຮັບປະກັນການຈັດຕັ້ງປະຕິບັດໄປໃນທິດທາງດຽວກັນ ແລະ ຮັບຟັງການນໍາສະເໜີກ່ຽວກັບການສະໜອງແຫລ່ງທຶນ ຂອງກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ.
ນະໂຍບາຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ ແລະ ນະໂຍບາຍສິນເຊື່ອ ເພື່ອກະຈາຍແຫລ່ງທຶນສູ່ທ້ອງ ຖິ່ນ ເປັນໜຶ່ງໃນນະໂຍບາຍທີ່ສໍາຄັນ ແລະ ຮີບດ່ວນຂອງລັດຖະບານ ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ ມີເປົ້າໝາຍສຸມໃສ່ສົ່ງເສີມການຜະລິດເປັນສິນຄ້າ ແລະ ບໍລິການຂອງ 3 ຂະແໜງຄື: ຂະແໜງການກະສິກໍາ ແລະ ປ່າໄມ້; ຂະແໜງອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ; ຂະແໜງການບໍລິການ-ທ່ອງທ່ຽວ ແລະ ຂະແໜງການຄ້າ ທີ່ເປັນປາຍແຫລມ ເພື່ອທົດແທນການນໍາເຂົ້າ-ສົ່ງເສີມການຜະລິດ ເພື່ອສົ່ງອອກ, ສ້າງວຽກເຮັດງານທຳ ແລະ ປະກອບສ່ວນເຂົ້າໃນການຮັກສາສະຖຽນລະພາບມະຫາພາກດ້ານການເງິນ-ເງິນຕາໃຫ້ເຂັ້ມແຂງ ແລະ ການພັດທະນາເສດຖະກິດ ໃຫ້ຂະຫຍາຍຕົວແບບຍືນຍົງ ແນໃສ່ສ້າງເງື່ອນໄຂໃຫ້ຫົວໜ່ວຍທຸລະກິດຂະແໜງບຸລິມະສິດຂອງລັດ ສາມາດເຂົ້າຫາແຫລ່ງທຶນທີ່ມີຕົ້ນທຶນເໝາະສົມ ໃນການສ້າງ, ຂະຫຍາຍ ແລະ ປັບປຸງຖານການຜະລິດ-ປຸງແຕ່ງ, ບໍລິການ-ການຄ້າຂອງຕົນ ທັງຮັບປະກັນການຜະລິດສະໜອງສະບຽງອາຫານ ແລະ ເຄື່ອງ ອຸປະໂພກ-ບໍລິໂພກພາຍໃນ.

