ຟີຟາເຜີຍ ບານໂລກຍິງ 2023 ຂາຍປີ້ໄດ້ເກີນ 1 ລ້ານໃບແລ້ວ

ຈານນີ ອິນຟານຕີໂນ ປະທານສະຫະພັນບານເຕະນາໆຊາດ ຫລື FIFA ເປີດເຜີຍວ່າ ບານເຕະໂລກຍິງ 2023 ມີຍອດຂາຍປີ້ໄດ້ແລ້ວເກີນ 1 ລ້ານໃບ ພ້ອມພວມກາຍເປັນການແຂ່ງຂັນກິລາຂອງຜູ້ຍິງທີ່ມີຜູ້ເຂົ້າຮ່ວມຫລາຍທີ່ສຸດ.

ຄວາມເຄື່ອນໄຫວຂອງບານເຕະຍິງໂລກ 2023 ເຊິ່ງເປັນບານໂລກຍິງ ຄັ້ງທີ 9 ເຊິ່ງຈະຈັດຂຶ້ນທີ່ປະເທດອົດສະເຕຣເລຍ ແລະ ນິວຊີແລນ ເປັນເຈົ້າພາບຮ່ວມລະຫວ່າງວັນທີ 20 ກໍລະກົດ ຫາ 20 ສິງຫານີ້.

ຫລ້າສຸດ ອິນຟານຕີໂນ ຢືນຢັນວ່າບານເຕະໂລກຍິງຄັ້ງນີ້ຂາຍປີ້ໄດ້ແລ້ວ 1,032,884 ໃບ ແຊງໜ້າລາຍການທີ່ຝຣັ່ງເມື່ອປີ 2019 ທີ່ຜ່ານມາ ພ້ອມຈະກາຍເປັນການແຂ່ງຂັນກິລາຂອງຜູ້ຍິງທີ່ມີຜູ້ເຂົ້າຮ່ວມຫລາຍທີ່ສຸດໃນປະຫວັດສາດນຳອີກ.

“ ອະນາຄົດຄືຜູ້ຍິງ ຂອບໃນແຟນບານທີ່ສະໜັບສະໜູນການແຂ່ງຂັນບານໂລກຍິງທີ່ຍິ່ງໃຫຍ່ທີ່ສຸດເທົ່າທີ່ເຄີຍມີມາ ຄວາມນິຍົມພວມກໍ່ຕົວຂຶ້ນໃນປະເທດເຈົ້າພາບ ແລະ ທົ່ວໂລກ ແລະ ຂ້ອຍຫວັງວ່າຈະໄດ້ພົບເຈົ້າຢູ່ຫັ້ນ ເພື່ອເປັນສັກຂີພິຍານໃນການເປັ່ງປະກາຍຂອງວົງການບານເຕະຍິງໃນເວທີໂລກ ”. ອິນຟານຕີໂນ ກ່າວ.

ກ່ອນໜ້ານີ້ມີລາຍງານວ່ານັດເປີດສະໜາມຂອງບານໂລກຍິງ 2023 ຈະປ່ຽນໄປແຂ່ງຂັນທີ່ສະໜ!ມ ອົດສະເຕຣເລຍ ເຊິ່ງມີຄວາມບັນຈຸ 83,500 ບ່ອນນັ່ງ ເນື່ອງຈາກແຟນບານຕ້ອງການຊື້ປີ້ເປັນຈຳນວນຫລາຍ.