ເຊລຊີ ຂະຫຍາຍສັນຍາກັບ ຊິລວາ ເຖິງປີ 2023

ຕີອາໂກ ຊິລວາ ກອງຫລັງປະສົບການຫລາຍຊາວບຣາຊິລ ຂະຫຍາຍສັນຍາກັບ ເຊລຊີ ອອກໄປຈົນເຖິງ 2023 ຮຽບຮ້ອຍແລ້ວ ພ້ອມລະບຸດີໃຈທີ່ສຸດ ທີ່ຈະໄດ້ຢູ່ກັບສະໂມສອນຈົນຈົບລະດູການຫນ້າ.

ເຊລຊີ ສະໂມສອນໃຫຍ່ແຫ່ງ ພຣີເມຍລີກ ອັງກິດ ປະກາດຢືນຢັນ ເມື່ອວັນຈັນທີ 3 ມັງກອນທີ່ຜ່ານມາວ່າ ຕີອາໂກ ຊິລວາ ກອງຫລັງປະສົບການສູງຊາວບຣາຊິລ ໄດ້ຈົດປາກກາຕໍ່ສັນຍາໃນຖິ່ນ ສະແຕມຟອດ ບຣິດ ອອກໄປອີກ 1 ປີ ຫລື ຈົນຈົບລະດູການ 2022/2023 ເປັນທີ່ຮຽບຮ້ອຍແລ້ວ.

ຊິລວາ ຍ້າຍຈາກ ປາຣິສ ແຊັງແຊັກແມັງ ແບບບໍ່ມີຄ່າໂຕ ເມື່ອລະດູການ 2020 ແລະ ເປັນກຳລັງສຳຄັນໃຫ້ເຊລຊີມາໂດຍຕະຫລອດ ໂດຍສະເພາະລະດູການ 2020/2021 ທີ່ຜ່ານມາ ສາມາດຊ່ວຍທີມຄວ້າແຊ໊ມ ຢູຟາ ແຊ໊ມປຽນລີກ ມາຄອງໄດ້ຢ່າງຍິ່ງໃຫຍ່ ແລະ ຈົນເຖິງຕອນນີ້ ລາວລົງຫລິ້ນໃຫ້ ເຊລຊີ ໄປແລ້ວທັງຫມົດ 56 ນັດ ຍິງໄດ້ 4 ປະຕູ.

‘‘ ການໄດ້ມາຫລິ້ນຢູ່ນີ້ກັບເຊລຊີ ຖືເປັນເລື່ອງທີ່ຫນ້າຍິນດີເປັນຢ່າງຍິ່ງ ຂ້ອຍບໍ່ເຄີຍຄິດມາກ່ອນເລີຍວ່າ ຂ້ອຍຈະໄດ້ກັບສະໂມສອນນີ້ມາແລ້ວ 3 ປີ ດັ່ງນັ້ນ ຂ້ອຍຈຶ່ງມີຄວາມສຸກຫລາຍທີ່ໄດ້ຢູ່ນີ້ຕໍ່ອີກຫນຶ່ງລະດູການ ’’.

‘‘ ຂ້ອຍຢາກຂອບໃຈຄອບຄົວ, ສະໂມສອນ, ມາຣີນາ ແລະ ມິສເຕີ ໂຣມັນ ອະບຣາໂມວິດ ທີ່ມອບໂອກາດນີ້ໃຫ້ກັບຂ້ອຍ ຂ້ອຍຈະເສຍສະຫລະທຸກຢ່າງເພື່ອສະໂມສອນ ແລະ ແຟນບານ ທີ່ຢູ່ຄຽງຂ້າງມາຕັ້ງແຕ່ມື້ທຳອິດ  ’’.