ພາຍໃນປີ 2050 ຈໍານວນຄົນເຈັບຫລັງຈະເພີ່ມຫລາຍຂຶ້ນ
ຜົນການສຶກສາຈາກປະເທດອົດສະຕາລີທີ່ເລີ່ມສຶກສາມາດົນກວ່າ 30 ປີ
.
ທີ່ໄດ້ວິເຄາະຂໍ້ມູນຊ່ວງປີ 1990-2020 ຈາກ 204 ປະເທດ ແລະ ທ້ອງຖິ່ນ ເຫັນໄດ້ວ່າອາດຈະມີຄົນຫລາຍກວ່າ 843 ລ້ານຄົນທົ່ວໂລກ ມີອາການເຈັບຫລັງພາຍໃນປີ 2050!!
.
ຂໍ້ມູນລະບຸວ່າຈໍານວນຄົນທີ່ເຈັບຫລັງໃນລະດັບສາກົນນັ້ນເພີ່ມຂຶ້ນເລື້ອຍໆ ເຊິ່ງໃນປີ 2020 ທີ່ມີການເກັບສະຖິຕິ ພົບວ່າມີສູງເຖິງ 619 ລ້ານຄົນ ແລະ ພາຍໃນປີ 2050 ຈໍານວນຄົນເຈັບຫລັງຈະເພີ່ມຫລາຍຂຶ້ນ ເຊິ່ງຈະພົບໄດ້ຫລາຍທີ່ສຸດໃນທະວີບອາຊີ ແລະ ທະວີບອາຟຣິກາ
.
ເຊິ່ງພາວະພິການຢ່າງໜ້ອຍ 1 ໃນ 3 ທີ່ເຊື່ອມໂຍງກັບອາການເຈັບຫລັງ ມີສາເຫດມາຈາກປັດໄຈດ້ານການເຮັດວຽກ (ນັ່ງເຮັດວຽກດົນ,ນັ່ງຜິດທ່າ ຫລື ການແບກຫາບ) ການສູບຢາ ແລະ ນໍ້າໜັກທີ່ເກີນຕົວ
.
ຄວາມຈິງແລ້ວບັນຫາເລື່ອງການເຈັບຫລັງ ຖືກເວົ້າຫລາຍໃນກຸ່ມຄົນເຮັດວຽກມາດົນແລ້ວ, ຫລາຍຄົນອາດຄິດວ່າເປັນພຽງແຕ່ບັນຫາຂອງຄົນນັ່ງເຮັດວຽກ ຫລື ບາງຄົນອາດເບິ່ງເປັນເລື່ອງຕະຫລົກອີກດ້ວຍ
.
ແຕ່ການສຶກສາພົບວ່າອາການເຈັບຫລັງ ອາດເປັນສາເຫດຂອງພະຍາດຊໍາເຮື້ອຫລາຍຊະນິດໄດ້ເຊັ່ນ: ເບົາຫວານ, ພະຍາດຫົວໃຈ ແລະ ພະຍາດຫລອດເລືອດ ລວມທັງເສຍສຸຂະພາບຈິດ ຫລື ສ່ຽງຕໍ່ການພິການໄດ້ໃນອະນາຄົດ ໂດຍສະເພາະໜຸ່ມສາວໃນໄວເຮັດວຽກທີ່ເລີ່ມພົບກັບບັນຫາອາການເຈັບຫລັງ ແນ່ນອນວ່າ ມັນໄດ້ສົ່ງຜົນກະທົບຕໍ່ການດໍາເນີນຊີວິດຂອງເຮົາ ແລະ ອາດຄຸກຄາມໄດ້ໜັກໜ່ວງຂຶ້ນ ເມື່ອເຮົາອາຍຸຫລາຍຂຶ້ນ
.
ຂໍ້ມູນຈາກ

