ເຄື່ອນຍ້າຍພຣະບໍຣົມມະຮູບຊົງຊ້າງ ສົມເດັດພຣະໄຊເຊດຖາທິຣາດ ຈາກໂຮງຫລໍ່ໄປວັດທາດຫລວງ

ພິທີແຫ່ພຣະບໍລົມມະຮູບຊົງຊ້າງຂອງສົມເດັດພຣະໄຊເຊດຖາທິຣາດ ຈາກໂຮງຫລໍ່ວິຈິດສິນ ບ້ານຈອມມະນີ ເມືອງໄຊເຊດຖາ ໄປວັດທາດຫລວງເໜືອ ນະຄອນຫລວງວຽງຈັນ ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 21 ກໍລະກົດນີ້ ໂດຍການເຂົ້າຮ່ວມຂອງທ່ານ ຈູມມະລີ ໄຊຍະສອນ ອະດີດປະທານປະເທດ, ມີອົງການປົກຄອງແຂວງອັດຕະປື, ພ້ອມດ້ວຍປະຊາຊົນຊາວນະຄອນຫລວງວຽງຈັນເຂົ້າຮ່ວມເປັນຈໍານວນຫລາຍ.
ທ່ານ ສຸກສະໄໝ ຈັນທະມາດ ອະດີດຮອງເຈົ້າແຂວງອັດຕະປື ໃຫ້ຮູ້ວ່າ: ພຣະບໍຣົມມະຮູບຊົງຊ້າງ ສົມເດັດພຣະເຈົ້າໄຊເຊດຖາທິຣາດ ພຣະວິຣະມະຫາຣາດ ຈະໄດ້ສືບຕໍ່ແຫ່ລົງໄປປະດິດສະຖານ ຢູ່ບ້ານຫາດຊາຍຂາວ ເມືອງໄຊເຊດຖາ ແຂວງອັດຕະປື ຍ້ອນວ່າໃນອະດີດ ພະອົງໄດ້ລົງໄປເຄື່ອນໄຫວກິດທຸລະທີ່ສໍາຄັນຂອງປະເທດຊາດຢູ່ແຂວງອັດຕະປື ແລະ ໄດ້ສິ້ນພະຊົນຢູ່ທີ່ນັ້ນ, ການປະດິດສະຖານພະບໍຣົມມະຮູບຊົງຊ້າງຂອງເພິ່ນເພື່ອເປັນການຈາລຶກບຸນຄຸນ, ຄຸນງາມຄວາມດີຂອງເພິ່ນທີ່ມີຕໍ່ປະເທດຊາດບ້ານເມືອງ.
ພຣະບໍຣົມມະຮູບຊົງຊ້າງ ສົມເດັດພຣະເຈົ້າໄຊເຊດຖາທິຣາດ ພຣະວິຣະມະຫາຣາດ ຈະສະເຫຼີມສະຫຼອງຢູ່ຫໍທຳມະສະພາ ວັດທາດຫຼວງເໜືອ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ເລີ່ມແຕ່ວັນທີ 21 ເຖິງວັນທີ 26 ກໍລະກົດນີ້, ທຸກໆວັນເລີ່ມແຕ່ເວລາ 8 ໂມງອອກຕົນຍາດໂຍມຮ່ວມບຸນໂມທະນາທານ, ຟັງສູດປະຣິຕະມຸງຄຸນ, ໄຫວ້ພະສູດມົນ, ວັນທີ 26 ກໍລະກົດ ເວລາ 7 ໂມງ ມີພິທີໃສ່ບາດຖວາຍສັງຄະທານແດ່ພະສົງ 39 ອົງ ຄົບອາຍຸພະເຈົ້າໄຊຍະເຊດຖາທິລາດ. ວັນທີ 27 ກໍລະກົດ ຂະບວນແຫ່ໄປສະເຫຼີມສະຫຼອງທີ່ແຂວງບໍລິຄຳໄຊ, ວັນທີ 28 ສະເຫຼີມສະຫຼອງຢູ່ແຂວງຄຳມ່ວນ, ວັນທີ 29 ສະເຫຼີມສະຫຼອງຢູ່ແຂວງສະຫວັນນະເຂດ, ວັນທີ 30 ສະເຫຼີມສະຫຼອງຢູ່ແຂວງຈຳປາສັກ ແລະ ວັນທີ 31 ກໍລະກົດ ຈະສະເຫຼີມສະຫຼອງຢູ່ແຂວງອັດຕະປື ແລະ ຈະຍົກຂຶ້ນແທ່ນປະດິດສະຖານພ້ອມທັງບຳເພັນກຸສົນ ຖວາຍສັງຄະທານ ໃນວັນທີ 1 ສິງຫາໜ້ານີ້.

