ທັບນັກເຕະເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 17 ປີ ຫຼື ຢູ-17 ທີມຊາດມາເລເຊຍ ທີ່ຈັບສະຫຼາກຮ່ວມສາຍກັບ ສປປ ລາວ, ໄທ ແລະ ເຢເມນ ໃນການແຂ່ງຂັນເຕະບານເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 17 ປີ ຊີງແຊ໋ມອາຊີ 2023 ທີ່ປະເທດໄທ ເປັນເຈົ້າພາບ ລະຫວ່າງວັນທີ 15 ມິຖຸນາ 2023 ຫາ ວັນທີ 2 ກໍລະກົດ 2023.
ຊຶ່ງລາຍການນີ້ ແມ່ນຈະເພື່ອຄັດເອົາຕົວແທນຈາກທະວີບອາຊີ 4 ທີມ ໄປຮ່ວມແຂ່ງຂັນ ຊີງແຊ໋ມໂລກ ໂດຍ ກ່ອນໜ້ານີ້ ທ່ານ ອອດເມຣາ ໂອມາໂຣ ຄູຝຶກທີມຊາດມາເລເຊຍ ໄດ້ຮຽກນັກເຕະຈຳນວນ 26 ຄົນເຂົ້າມາສູ່ທີມຝຶກຊ້ອມ ທີ່ສູນຝຶກຊ້ອມ ມອດຕາ ດາຮາຣີ ເພື່ອກຽມຄວາມພ້ອມເຂົ້າຮ່ວມລາຍການດັ່ງກ່າວ.
ຫຼ້າສຸດທາງດ້ານ ຢູ-17 ປີ ທີມຊາດມາເລເຊຍ ໄດ້ປະກາດໂປຣແກຣມອຸ່ນເຄື່ອງໂຄ້ງສຸດທ້າຍກ່ອນການແຂ່ງຂັນເຕະບານເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 17 ປີ ຊີງແຊ໋ມອາຊີ 2023 ດ້ວຍການອຸ່ນເຄື່ອງກັບທີມຊາດອູຊະເບັກກິສະຖານ 2 ເກມ ໃນວັນທີ 6 ມິຖຸນາ 2023 ແລະ ວັນທີ 8 ມິຖຸນາ 2023 ກ່ອນເດີນທາງມຸ່ງໜ້າສູ່ປະເທດໄທ ຢ່າງເປັນທາງການ.
ສຳລັບໂປຣແກຣມການແຂ່ງຂັນເຕະບານເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 17 ປີ ຊີງແຊ໋ມອາຊີ 2023 ຂອງທີມຊາດມາເລເຊຍ ຮອບທຳອິດ ໃນວັນທີ 15 ມິຖຸນາ 2023 ພົບກັບ ທີມຊາດເຢເມນ, ໃນວັນທີ 18 ມິຖຸນາ 2023 ພົບກັບ ທີມຊາດໄທ ແລະ ວັນທີ 21 ມິຖຸນາ 2023 ພົບກັບ ທີມຊາດລາວ.