ລູຕັນ ທາວ ຊະນະເລີດຮອບເພຣອອຟ ເລື່ອນຊັ້ນຂຶ້ນສູ່ພຣີເມຍລີກ ກັບຄືນ ສູ່ລີກສູງສຸດຂອງອັງກິດໃນຮອບ 31 ປີ

ເກມນັດຊີງຊະນະເລີດຮອບ Playoff ເພື່ອຄວ້າປີ້ໃບສຸດທ້າຍຂຶ້ນສູ່ພຣີເມຍລີກ 2023/24 ຂອງສອງທີມຈາກລີກຮອງຂອງອັງກິດ ຫລື ແຊ້ມປ້ຽນຊິບ ລະຫວ່າງ ລູຕັນ ທາວ ກັບ ໂຄເວນຕີ້ ໄດ້ບົດສະຫລຸບເປັນທາງ ລູຕັນ ທາວ ສາມາດເອົາຊະນະ ໂຄເວນຕີ້ ໄດ້ໃນຊ່ວງຈຸດໂທດ ຄວ້າປີ້ເລື່ອນຊັ້ນສູ່ລີກສູງສຸດອັງກິດໄດ້ສຳເລັດໃນຮອບ 31 ປີ.
ໃນເກມນີ້ ລູຕັນ ທາວ ໄດ້ປະຕູຂຶ້ນນໍາ 1-0 ຈາກ ຈໍແດນ ຄລາກ ກອງກາງອາຍຸ 29 ປີ ໃນນາທີ 23, ກ່ອນເຄິ່ງເວລາທີ 2 ໂຄເວນຕີ້ ຈະຕາມຕີສະເໝີໄດ້ສຳເລັດໃນນາທີ 66 ຈາກຈັງຫວະແປບານໜ້າປະຕູຂອງ ກູສຕາໂວ ຮາເມີ ນັກເຕະຊາວໂຮນລັງອາຍຸ 25 ປີ ຈົບ 90 ນາທີ ທັງສອງທີມສະເໝີກັນ 1-1.
ຊ່ວງຕໍ່ເວລາພິເສດ ທັງສອງທີມຍັງບໍ່ສາມາດຍິງປະຕູໄດ້ຕື່ມອີກ. ສົ່ງຜົນໃຫ້ຕ້ອງຕັດສິນຫາຜູ້ຊະນະດ້ວຍການຍິງຈຸດໂທດ ເຊິ່ງເປັນທາງ ລູຕັນ ທາວ ເຮັດໄດ້ດີກວ່າ ໂດຍເອົາຊະນະ ໂຄເວນຕີ້ 6-5 ໄດ້ສຳເລັດໃນການຍິງຈຸດໂທດຄັ້ງນີ້.
ສົ່ງຜົນໃຫ້ ລູຕັນ ທາວ ຄວ້າປີ້ເປັນທີມສຸດທ້າຍທີ່ໄດ້ເລື່ອນຊັ້ນຂຶ້ນສູ່ ພຣີເມຍລີກ ໃນລະດູການ 2023/24 ຫລັງຈາກ ເບີນລີ ແລະ ເຊຟຟິວ ຢູໄນເຕັດ ແລະ ທັງຍັງເປັນຄັ້ງທຳອິດຂອງພວກເຂົາ ທີ່ໄດ້ຮັບການເລື່ອນຊັ້ນໄປຫລິ້ນໃນພຣີເມຍລີກ ນັບຕັ້ງແຕ່ລີກກໍ່ຕັ້ງຂຶ້ນໃນປີ 1992 ອີກດ້ວຍ.

