ເລີກສູບຢາສາເທາະ ເພື່ອປົກປ້ອງຕົວເຮົາເອງ ແລະ ຄົນທີ່ເຮົາຮັກ

ວັນທີ 31 ພຶດສະພາ ເປັນວັນງົດສູບຢາໂລກ ກໍຄືງົດສູບຢາໂລກ ທຸກໆປີແຕ່ລະປະເທດໄດ້ຈັດກິດຈະກຳຕ່າງໆຂື້ນຕາມຄຳຂວັນຂອງອົງການອະນາໄມໂລກກຳນົດອອກ ເຊິ່ງປີນີ້ແມ່ນ ປູກພືດທີ່ກິນໄດ້ແທນການປູກຢາສູບ ເພື່ອປຸກລະດົມໃຫ້ຄົນໃນສັງຄົມເຫັນໄດ້ເຖິງຜົນຮ້າຍແບບທາງກົງ ແລະ ທາງອ້ອມຈາກຢາສູບແລ້ວຫັນມາຫລຸດຜ່ອນ ແລ້ວກ້າວໄປເຖິງຢຸດຕິການສູບຢາໃນທີ່ສຸດ.

ອີງຕາມການສຳຫລວດແຫ່ງຊາດກ່ຽວກັບການສູບຢາໃນກຸ່ມຄົນ ທີ່ມີອາຍຸແຕ່ 15ປີ ຂຶ້ນໄປ ສະແດງໃຫ້ເຫັນວ່າ ອັດຕາການສູບຢາຂອງຄົນລາວຍັງສືບຕໍ່ເພີ່ມຂື້ນ ຈາກ 25,5% ໃນປີ 2012 ເປັນ 27,9% ໃນປີ 2015 ນອກຈາກນີ້ຈາກການສຳຫລວດການສູບຢາຂອງໄວໜຸ່ມລາວກຸ່ມອາຍຸ 13-15ປີ ໃນປີ 2016 ພົບວ່າໄວໜຸ່ມຊາຍ ແລ ະຍິງສູບຢາຈາກໂຮງງານ10,7%, 2,1% , ຢາສູບໄຟຟ້າ 5% ແລະ 3,7%ຕາມລຳດັບ,

ໃນບົດລາຍງານວຽກງານຄວບຄຸມຢາສູບຂອງສະຫະພັນຄວບຄຸມຢາສູບອາຊຽນປີ 2021ສະແດງໃຫ້ເຫັນວ່າແຕ່ລະປີຈະມີຄົນລາວເສຍຊີວິດຍ້ອນພະຍາດທີ່ເກີດຈາກຢາສູບ ປະມານ 7.000 ຄົນ ຫຼື ປະມານ 19 ຄົນຕໍ່ມື້ ຖືວ່າເປັນຕົວເລກທີ່ສູງ ແລະ ໜ້າຕົກໃຈ ນອກຈາກນີ້ຍັງຊີ້ໃຫ້ເຫັນຄ່າໃຊ້ຈ່າຍທັງທາງກົງ ແລະ ທາງອ້ອມໃນການປິ່ນປົວບັນດາພະຍາດທີ່ເກີດຈາກການສູບຢາໃນລະດັບຊາດຢູ່ລາວແມ່ນ 428 ລ້ານໂດລາ ຫລື ປະມານ2,24% ຂອງGDP.

ການຄົ້ນຄວ້າທາງວິທະຍາສາດຢັ້ງຢືນວ່າບໍ່ມີລະດັບໃດຂອງການທີ່ໄດ້ຮັບຄວັນຢາສູບມີຄວາມປອດໄພ, ຄວັນຢາສູບເປັນມົນລະພິດທາງອາກາດ ມີຜົນກະທົບຮ້າຍແຮງຕໍ່ຜູ້ສູບ ແລະ ຄົນອ້ອມຂ້າງຜູ້ທີ່ໄດ້ຮັບຄວັນຢາສູບ, ແຕ່ຖ້າສາມາດເຮັດໃຫ້ສະພາບແວດລ້ອມປອດຄວັນຢາສູບ100% ກໍຈະມີຄວາມປອດໄພ ແລະ ໃນໂອກາດວັນງົດສູບຢາໂລກ ກໍຄືວັນງົດສູບຢາແຫ່ງຊາດ 31ພຶດສະພາ ຂໍໃຫ້ທຸກທ່ານທີ່ສູບຢາ ຫລື ກຳລັງຈະຮຽນສູບຢາ ຈົ່ງຫລຸດຜ່ອນ ແລະ ເລີກສູບຢາແຕ່ດຽວນີ້ເປັນຕົ້ນໄປ ເພື່ອປົກປ້ອງຕົນເອງ, ຄົນໃນຄອບຄົວ ແລະ  ຄົນທີ່ຢູ່ອ້ອມຂ້າງ.

ຜົນຮ້າຍຈາກຄັວນຢາສູບກໍຄືການເປັນພະຍາດຮ້າຍແຮງຕ່າງໆເຊັ່ນ: ພະຍາດຫົວໃຈ, ເສັ້ນເລືອດ, ມະເຮັງ,ປອດຊຳເຮື້ອ ແລະ ພະຍາດອື່ນໆ ຈົ່ງພ້ອມກັນເຮັດໃຫ້ສະພາບແວດລ້ອມປອດຄວັນຢາສູບ, ເຮັດໃຫ້ການບໍ່ສູບຢາກາຍເປັນຄ່ານິຍົມໃໝ່ຂອງສັງຄົມລາວ ເພື່ອປົກປ້ອງຄົນລຸ້ນໃໝ່ອອກຈາກການຕົກເຂົ້າສູ່ວົງຈອນການເສບຢາສູບ, ເຮັດໃຫ້ທຸກຄົນດຳລົງຊີວິດໃນສະພາບແວດລ້ອມທີ່ປາສະຈາກມົນລະພິດຈາກຄວັນຢາສູບຢ່າງແທ້ຈິງ, ເຮັດໃຫ້ທຸກຄົນມີສຸຂະພາບແຂງແຮງ ແລະ ມີອາຍຸຍືນຍາວ.