ເຖິງເວລາການສຶກສາຕ້ອງຫັນປ່ຽນ!

ໂດຍ: ມຶກບໍ່ແຫ້ງ
ການສຶກສາແມ່ນອົງປະກອບທີ່ສຳຄັນທີ່ສຸດໃນການສ້າງຄົນທີ່ເປັນຊັບພະຍາກອນອັນລໍ້າຄ່າເພື່ອສ້າງສາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ.
ໃນໂລກນີ້ ມີຫຼາຍປະເທດທີ່ສະແດງໃຫ້ພວກເຮົາເຫັນແລ້ວວ່າເຂົາເຈົ້າບໍ່ໄດ້ ຕ້ອງການຊັບພະຍາກອນທຳມະຊາດອັນຫຼວງຫຼາຍຫຼືບາງປະເທດເກືອບວ່າບໍ່ມີເລີຍ ໃນການພັດທະນາປະເທດຊາດໃຫ້ຮຸ່ງເຮືອງແຕ່ຊັບພະຍາກອນທີ່ເຂົາເຈົ້າມີແມ່ນຄົນທີ່ມີຄວາມຮູ້, ມີຫົວຄິດປະດິດສ້າງທີ່ມາຈາກລະບົບການສຶກສາທີ່ມີຄຸນນະ ພາບເຊັ່ນ ສິງປະໂປ, ຍີ່ປຸ່ນແລະອື່ນໆ.
“ເອົາການສຶກສາໄປກ່ອນກ້າວໜຶ່ງ” ທ່ານໄກສອນ ພົມວິຫານ ອະດີດຜູ້ນຳ ທີ່ແສນເຄົາລົບຮັກເຮົາໄດ້ກ່າວໄວ້ເຊິ່ງເປັນແນວທາງໃຫ້ພວກເຮົາໄດ້ຄິດຫງໍາໃນການວາງ ນະໂຍບາຍທາງດ້ານການສຶກສາຂອງປະເທດ.
ຫຼາຍສິບຜ່ານມາເຫັນໄດ້ວ່າລັດຖະບານເຮົາໄດ້ພະຍາຍາມໃນການປະຕິຮູບລະບົບ ການສຶກຂອງສປປລາວເລື້ອຍມາ, ພະຍາຍາມຈັດສັນງົບປະມານ ແລະ ຊັບພະຍາ ກອນເຂົ້າໃສ່ບໍ່ແມ່ນໜ້ອຍແລະມາຮອດປັດຈຸບັນກໍມີຜົນສຳເລັດຫຼາຍຢ່າງແຕ່ນັ້ນອາດຍັງ ບໍ່ທັນພຽງພໍທີ່ຈະເຮັດໃຫ້ ລະບົບການສຶກສາຊ່ວຍສ້າງຊັບພະຍາກອນມະນຸດທີ່ມີ ຄຸນນະພາບຕອບສະໜອງກັບຄວາມຕ້ອງການໃນສະພາບປັດຈຸບັນ.
ໃນປັດຈຸບັນນັກສຶກສາທີ່ຮຽນຈົບມາແມ່ນບໍ່ມີວຽກເຮັດງານທຳທີ່ເໝາະສົມ ເປັນຈຳນວນຫຼວງຫຼາຍເຊິ່ງສາມາດເບິ່ງໄດ້ຫຼາຍແງ່ມຸມ, ອັນໜຶ່ງແມ່ນບັນດານັກສຶກສາເຫຼົ່ານັ້ນອາດຍັງຂາດຄຸນນະພາບ, ບໍ່ມີຄວາມຮູ້ສະເພາະດ້ານທີ່ແນ່ນອນ ແລະ ຂາດທັກສະເສີມຕ່າງໆ ທີ່ບັນດາບໍລິສັດເອກະຊົນບໍ່ສາມາດຮັບເອົາໄດ້ ຫຼືອີກແນວໜຶ່ງກໍແມ່ນການສ້າງຊັບພະຍາກອນມະນຸດເຮົາຍັງບໍ່ແທດເໝາະກັບຄວາມຮຽກຮ້ອງຕ້ອງການຂອງຕະຫຼາດແຮງງານຕົວຈິງ.
ເຊິ່ງອັນຫຼັງນີ້ ລັດຖະບານພວກເຮົາໄດ້ພະຍາຍາມແກ້ໄຂໂດຍເອົາໃຈໃສ່ການ ສົ່ງເສີມການສຶກສາວິຊາຊີບຫຼາຍຂຶ້ນໂດຍການດຶງດູດຄວາມສົນໃຈຫຼາຍຢ່າງໂດຍສະ ເພາະການໃຫ້ເບ້ຍລ້ຽງ ແລະ ອື່ນໆ ເຊິ່ງກໍຄ່ອຍໆ ສາມາດດຶງຄວາມສົນໃຈຫຼາຍຂຶ້ນ ເພື່ອຈະສາມາດໃນການປ້ອນຕະຫຼາດແຮງງານປັດຈຸບັນແລະອະນາຄົດ.
ຈາກບົດລາຍງານການພະຍາກອນຕະຫຼາດແຮງງານ 2019-2022 ຂອງກົມພັດທະນາສີມືແຮງງານ ແລະ ຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມໃຫ້ຮູ້ວ່າຂະແໜງການກະສິກຳ, ອຸດສາຫະກຳ ແລະ ການບໍລິການແຕ່ການສະໜອງຊັບພະຍາກອນມະນຸດທີ່ມີທັກສະເໝາະສົມນັ້ນຍັງເປັນສິ່ງທ້າທາຍ.
ບົດລາຍງານດັ່ງກ່າວຍັງສະແດງໃຫ້ເຫັນວ່າ 1/3 ຂອງໄວອອກແຮງງານໃນລາວນັ້ນບໍ່ໄດ້ຮຽນໜັງສື ຫຼື ຈົບພຽງປະຖົມເທົ່ານັ້ນເຊິ່ງຂາກທັກສະໃນການອ່ານ, ຂຽນໄດ້ຢ່າງຄ່ອງແຄ່ວເຊິ່ງເປັນອຸປະສັກສຳຄັນໃນການເຂົາເຖິງຕະຫຼາດແຮງງານເຮັດໃຫ້ ສປປລາວເຮົາຂາດໂອກາດແທນທີ່ຈະສ້າງໃຫ້ຜູ້ຄົນເຫຼົ່ານັ້ນມີສີມືແລະຊ່ຽວຊານ.
ໃນນີ້ 70% ຂອງໄວອອກແຮງງານທັງໝົດຂອງ ສປປ ລາວ ແມ່ນບໍ່ໄດ້ຮັບການສຶກສາຮອດຂັ້ນວິທະຍາໄລອັນໄດ້ ບົ່ງບອກຢ່າງຈະແຈ້ງວ່າຊັບພະຍາກອນທີ່ຫຼັ່ງໄຫຼເຂົ້າຕະຫຼາດແຮງງານນັ້ນມີຄຸນນະພາບຕໍ່າເມື່ອມີຄຸນນະພາບຕໍ່າຄຸນຄ່າກໍບໍ່ຫຼາຍ.
ດັ່ງນັ້ນບໍ່ສະເພາະແຕ່ການຂະຫຍາຍຕາໜ່າງການສຶກສາຢ່າງກວ້າງຂວາງແລະ ມີຄຸນນະພາບແຕ່ຕ້ອງເນັ້ນໜັກໃສ່ຄວາມສອດຄ່ອງຂອງຫຼັກສູດການຮຽນແທດ ເໝາະກັບຄວາມຮຽກຮ້ອງຕ້ອງການຂອງຕະຫຼາດແຮງງານຂອງປະເທດ.
“ຢາກໄດ້ຊັບພະຍາກອນມະນຸດທີ່ດີກໍຕ້ອງມີລະບົບການສຶກສາທີ່ດີ, ມີການປະຕິຮູບ ແລະ ປ່ຽນແປງໃຫ້ທັນຍຸກທັນສະໄໝເລື້ອຍໆ” ທ່ານທອງລຸນ ສີສຸລິດ ກ່າວໃນໂອກາດເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ 2019 ທີ່ ມະຫາວິທະຍາໄລແຫ່ງຊາດແລ້ວມາຮອດບັດນີ້ ບໍ່ມີສິ່ງໃດຈະສາມາດກຳນົດຊາຕາກຳຂອງຊາດໄດ້ດີເທົ່າກັບການສຶກສາ, ແລ້ວພວກເຮົາຈະລໍຊ້າເຮັດຫຍັງທີ່ຈະເຮັດໃຫ້ການສຶກສາລາວດີຂຶ້ນ! “ຊົມເຊີຍວັນຄູແຫ່ງຊາດຄົບຮອບ 26 ປີ”.
