ນ້ຳຖ້ວມໃຫຍ່ຢູ່ໂຊມາລີ ມີຜູ້ເສຍຊີວິດແລ້ວ 22 ຄົນ ຫລາຍກວ່າ 460.000 ຄົນໄດ້ຮັບຜົນກະທົບ

ມີຜູ້ເສຍຊີວິດແລ້ວ 22 ຄົນ ແລະ ປະຊາຊົນອີກຫລາຍກວ່າ 460.000 ຄົນໄດ້ຮັບຜົນກະທົບ ຈາກອຸທົກກະໄພຄັ້ງໃຫຍ່ໃນພາກກາງຂອງໂຊມາລີ.

ວັນທີ 15 ພຶດສະພາ, ສໍານັກຂ່າວຕ່າງປະເທດລາຍງານວ່າ: ສໍານັກງານເພື່ອການປະສານງານດ້ານມະນຸດສະທໍາແຫ່ງສະຫະປະຊາຊາດ (OCHA) ລາຍງານສະຖານະການອຸທົກກະໄພຢູ່ໂຊມາລີ ໂດຍສະເພາະຢູ່ພາກຮິຣານ ທີ່ຢູ່ທາງຕອນກາງຂອງປະເທດ ເນື່ອງຈາກລະດັບນໍ້າໃນແມ່ນໍ້າຊາເບລ ເຊິ່ງເປັນແມ່ນໍ້າສາຍສໍາຄັນເພີ່ມຂຶ້ນຢ່າງວ່ອງໄວຈາກຝົນທີ່ຕົກຢ່າງໜັກ ສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວ 22 ຄົນ ແລະ ປະຊາຊົນຢ່າງໜ້ອຍ 460.470 ຄົນ ຈາກຈໍານວນດັ່ງກ່າວເກືອບ 219.000 ຄົນ ຕ້ອງອົບພະຍົບອອກຈາກບ່ອນຢູ່ອາໄສ.

ທັງນີ້, ໜ່ວຍງານດ້ານມະນຸດສະທໍາສາກົນຫລາຍແຫ່ງ ສະແດງຄວາມກັງວົນໄປໃນທາງດຽວກັນວ່າ: ນໍ້າຖ້ວມກະທັນຫັນທີ່ເກີດຂຶ້ນ ເຖິງວ່າຍັງບໍ່ມີລາຍງານຢືນຢັນຜູ້ເສຍຊີວິດ, ແຕ່ຈະຍິ່ງເພີ່ມຄວາມເດືອດຮ້ອນດ້ານມະນຸດສະທໍາໃຫ້ໂຊມາລີ ເຊິ່ງຜະເຊີນສະພາບອຶດຫິວຢູ່ແລ້ວ ແລະ ມີຄວາມຮຸນແຮງຂຶ້ນໃນຊ່ວງທົດສະວັດຫລ້າສຸດ ເນື່ອງຈາກວິກິດການປ່ຽນແປງຂອງສະພາບອາກາດໂລກ ສົ່ງຜົນໃຫ້ໄພແຫ້ງແລ້ງທະວີຄວາມຮຸນແຮງ.

ປັດຈຸບັນ ພາກຕາເວັນອອກ ແລະ ຕອນກາງຂອງທະວີບອາຟຣິກາ ກໍາລັງຜະເຊີນໄພທໍາມະຊາດ ເນື່ອງຈາກການປ່ຽນແປງຂອງສະພາບອາກາດ ໂດຍໃນຕົ້ນເດືອນພຶດສະພານີ້ ນໍ້າຖ້ວມຄັ້ງໃຫຍ່ຢູ່ຄອງໂກ ຂ້າຊີວິດປະຊາຊົນຫລາຍກວ່າ 400 ຄົນ ແລະ ມີຜູ້ເສຍຊີວິດອີກຫລາຍກວ່າ 130 ຄົນ ໃນຣາວັນດາ ເຊິ່ງມີຊາຍແດນຕິດກັນ.