ນ້ຳຍັງປອມ ! ໜຸ່ມຈີນຖືກຈັບໄດ້ ປອມນ້ຳຍີ່ຫໍ້ດັງຂາຍ

ເວັບໄຊຂ່າວຈີນ “ຊ່າງໄຫ່ ເດລີ” ລາຍງານຈາກເມືອງຊຽງໄຮ້ ປະເທດຈີນ ໃນວັນທີ 27 ກໍລະກົດນີ້ວ່າ: ພະນັກງານໄອຍະການຂອງເຂດຊົງຈຽງ ເມືອງຊຽງໄຮ້ ຂອງຈີນ ເປີດເຜີຍວ່າ: ຊາຍຊາວຈີນທີ່ບໍ່ໄດ້ຮັບການບະລຸຊື່ ຮູ້ພຽງແຕ່ນາມສະກຸນວ່າ ຈາງ ຖືກເຈົ້າໜ້າທີ່ຕຳຫລວດເຂົ້າຈັບກຸມ ພາຍຫລັງປອມແປງນ້ຳດື່ມເພື່ອຈຳໜ່າຍ ໂດຍລາວມີລາຍຮັບຈາກການປອມແປງຄັ້ງນີ້ສູງເຖິງ 150.000 ຢວນ (ປະມານ 180 ລ້ານກີບ). ສາເຫດທີ່ລາວຖືກຈັບໄດ້ ເນື່ອງຈາກປະຊາຊົນທີ່ອາໄສຢູ່ໃນເຂດຊິນສຽວ ຂອງເມືອງຊຽງໄຮ້ ພົບເຫັນລາວກຳລັງຕື່ມນ້ຳປະປາໃສ່ຕຸກບັນຈຸນ້ຳດື່ມຍີ່ຫໍ້ດັງເຊັ່ນ: Nongfu Spring ແລະ Nestle ທີ່ບໍ່ມີນ້ຳຢູ່ໃນຖັງ ຈຶ່ງແຈ້ງຕຳຫລວດ, ເມື່ອເຈົ້າໜ້າທີ່ຕຳຫລວດກວດສອບພົບວ່າ: ລາວປອມແປງນ້ຳດື່ມຍີ່ຫໍ້ດັງ ໂດຍເອົານ້ຳປະປາຕື່ມໃສ່ໃນຕຸກເປົ່າຂອງນ້ຳດື່ມຍີ່ຫໍ້ຕ່າງໆ ໂດຍລາວຈະໄປຊື້ຕຸກເຫລົ່ານີ້ມາຈາກຮ້ານຂາຍສິນຄ້າເກົ່າ, ເມື່ອເຈົ້າໜ້າທີ່ບຸກເຂົ້າທະລາຍແຫລ່ງຜະລິດນ້ຳພົບວ່າລາວມີຕຸກບັນຈຸນ້ຳທີ່ກຽມຈະສົ່ງໃຫ້ລູກຄ້າອີກຫລາຍກວ່າ 300 ຕຸກ.

