ສັງຄົມຊີ້ເປົ້າ ຜູ້ກໍ່ເຫດຊີງຊັບຮ້ານຄຳຫລ້າສຸດ ອາດຈະແມ່ນຄົນດຽວກັບຜູ້ກໍ່ເຫດຊີງຊັບສອງຄັ້ງກ່ອນໜ້ານີ້

ຈາກກໍລະນີມີເຫດການໂຈນຊີງຊັບ ຢູ່ຮ້ານຂາຍຄຳທີ່ສູນການຄ້າວິວມໍ ວັນທີ 12 ພຶດສະພາ 2023 ຜ່ານມານີ້ ເປັນທີ່ກະແສຮືຮາກັນໃນສັງຄົມອີກຄັ້ງໜຶ່ງ ສັງຄົມສະແດງຄວາມຄິດເຫັນໄປໃນຫລາຍແງ່ມູມຂອງບັນຫາປາກົດການຫຍໍ້ທໍ້ຢູ່ໃນສັງຄົມລາວປັດຈຸບັນ.

ພາຍຫລັງເຫດການ ໄດ້ມີການເຜີຍແຜ່ຄລິບວິນາທີເກີດເຫດ ຈາກກ້ອງວົງຈອນປິດ ເຊິ່ງບຸກຄົນດັ່ງກ່າວ ນຸ່ງຊຸດສີດຳ, ໃສ່ຜ້າອັດປາກດັງສີຂາວ ຜົມສັ້ນ, ຫຸ່ນຮູບຮ່າງບໍ່ສູງ ບໍ່ຕໍ່າເກີນໄປ, ນຸ່ງເສື້ອອ່າວຫລົມ ແຕ່ເຫັນຮ່ອງຮອຍຂອງກ້າມແຂນ, ສາມາດສັງເກດໄດ້ເຖິງບຸກຄະລິກລັກສະນະຂອງຄົນຮ້າຍໄດ້ຊັດເຈນ ເຮັດໃຫ້ສັງຄົມຕັ້ງຂໍ້ສັງເກດວ່າ ບຸກຄົນດັ່ງກ່າວນີ້ ອາດຈະແມ່ນຄົນດຽວກັນກັບ ບຸກຄົນທີ່ກໍ່ເຫດຊີງຊັບຢູ່ຮ້ານບຸນເຕັມ ທີ່ສູນການຄ້າວຽງຈັນເຊັນໃນວັນທີ 9 ມັງກອນ 2023 ແລະ ເຫດການປຸ້ນຮ້ານຄຳຢູ່ຕະຫລາດສີໄຄ ໃນວັນທີ 15 ມີນາ 2023 ຜ່ານມາ.

ຄົນຮ້າຍຄົນດັ່ງກ່າວ ໃຊ້ວິທີການແບບດຽວກັນກັບເຫດການທີ່ເຄີຍເກີດຂຶ້ນສອງຄັ້ງຜ່ານມາ ຄືທຳທ່າເປັນລູກຄ້າ, ຂໍລອງໃສ່ຫລາຍໆແບບ, ຂໍລອງແຕ່ແບບທີ່ມີມູນຄ່າຫລາຍ ເມື່ອໄດ້ໂອກາດແລ້ວກໍຊີງຊັບແລ່ນໜີ ໂດຍມີອາວຸດປືນສັ້ນໜຶ່ງກະບອກປະຈຳຕົວ ເຮັດໃຫ້ເຈົ້າຂອງຮ້ານ ແລະ ຄົນຜູ້ພົບເຫັນບໍ່ກ້າຂັດຂືນ ຫລື ຕໍ່ສູ້.

ໃນຕະຫລອດໄລຍະ 4 ເດືອນຜ່ານມາ ໄດ້ເກີດມີເຫດການປຸ້ນຮ້ານຄຳເກີດຂຶ້ນ 3 ຄັ້ງ ໃນນະຄອນຫລວງວຽງຈັນ ສັງຄົມຕັ້ງຂໍສັງເກດບຸກຄະລິກທ່າທາງການຊີງຊັບແຕ່ລະຄັ້ງມີບຸກຄະລິກຄ້າຍຄືກັນ ແລະ ຕັ້ງຂໍສັງເກດວ່າບຸກຄົນດັ່ງກ່າວ ອາດຈະເປັນຄົນດຽວກັນ.

ຈາກເຫດການທີ່ເກີດຂຶ້ນທັງ 3 ເຫດການ ເປັນປາກົດການທີ່ຫຍໍ້ທໍ້ ແລະ  ຖືວ່າເປັນເຫດການທີ່ທ່າທ້າຍຕໍ່ກົດໝາຍ ຂໍໃຫ້ເຈົ້າໜ້າທີ່ນຳຈັບຕົວບຸກຄົນດັ່ງກ່າວມາດຳເນີນຄະດີຕາມລະບຽບກົດໝາຍໂດຍໄວ ເພື່ອບໍ່ໃຫ້ບຸກຄົນດັ່ງກ່າວໄປກໍເຫດລັກສະນະນີ້ອີກ.

ສ່ວນຂ່າວທີ່ເກີດຂຶ້ນຫລ້າສຸດ ຫາກມີຄວາມຄືບໜ້າ ທີມຂ່າວໜັງສືພິມລາວພັດທະນາຈະລາຍງານໃຫ້ທ່ານໄດ້ຮັບຊາບຕື່ມພາຍຫລັງ