ສະມາຄົມເຮືອຂົນສົ່ງໂດຍສານ ແລະ ຄະນະສາຍເຮືອບໍ່ແກ້ວປັບປຸງການຈັດຕັ້ງ

ກອງປະຊຸມປ່ອນບັດຄັດ ເລືອກເອົາສະມາຄົມເຮືອຂົນສົ່ງ ໂດຍສານ ແລະ ຄະນະສາຍເຮືອ ຊຸດໃໝ່ຂອງແຂວງບໍ່ແກ້ວໄດ້ມີ ຂຶ້ນໃນວັນທີ 29 ກັນຍາຜ່ານມານີ້, ໂດຍເຂົ້າຮ່ວມຂອງ ທ່ານຮອງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງແຂວງໃນນີ້ມີຜູ້ລົງ ສະມັກ 5 ສະຫາຍເລືອກເອົາ 3 ສະຫາຍຄື: ທ່ານ ບຸນທະວີ ແສງ ພະຈັນ ເປັນ ປະທານ, ທ່ານ ຄຳ ສິງ ສິດທິພອນ ເປັນຮອງທ່ານ ນາງ ແສງຄຳ ອິນທະເສນ ເປັນຄະນະພ້ອມດ່ຽວກັນນັ້ນຍັງໄດ້ ປ່ອນບັດຄັດເລືອກເອົານະ ຄະ ສາຍເຮືອ ເຊິ່ງມີຜູ້ລົງສະມັກ 5 ສະຫາຍເລືອກເອົາ 3 ສະຫາຍຄື: ທ່ານ ດໍ ເພັດສະຫວັດ ເປັນຫົວໜ້າສາຍ, ທ່ານ ທອງວັນ ສີລໍວັນ ໄຊ ເປັນຮອງ ທ່ານ ຊຽງອ່ອນ ພົມລາວັນ ເປັນຄະນະສາຍເຮືອ ທັງນີ້ກໍເພື່ອເຮັດໃຫ້ວຽກງານ ການຂົນສົ່ງທາງນຳໄດ້ຮັບການ ພັດນາດີຂຶ້ນກວ່າເກົ່າ.
+ ສະມາຄົມນັກຂ່າວພາກເໜືອຈະເລັ່ງພັດທະນາຕົນເອງໃຫ້ມີຄຸນນະພາບສູງຂຶ້ນ
+ ແຂວງບໍ່ແກ້ວສ້າງເຂື່ອນໄຟຟ້າຫ້ວຍປຸ່ງເລາະ

