ກາເນໂລ ອັລບາເຣສ ຊະນະຄະແນນ ຜູ້ທ້າຊີງເປັນເອກກະພາບ ປ້ອງກັນ 4 ສາຍແອວແຊ໊ມໄວ້ໄດ້

ກາເນໂລ ອັລບາເຣສ ຍັງແຂງແຮງເອົາຊະນະຜູ້ທ້າຊີດ້ວຍຄະແນນຢ່າງເປັນເອກະພາບໃນການແຂ່ງຂັນຫຼ້າສຸດ. ເຮັດໃຫ້ສືບຕໍ່ຮັກສາສາຍແອວແຊ້ມ 4 ສະຖາບັນໃຫຍ່ໄວ້ຕໍ່ໄປ,
ນັກມວຍຊາວເມັກຊິໂກ ກາເນໂລ ອັລບາເຣສ ຍັງສາມາດປ້ອງກັນສາຍແອວແຊ້ມຈາກ 4 ສະຖາບັນໃຫຍ່ ໃນລຸ້ນຊຸບເປີມິດເດິນເວດໄດ້ ຫຼັງຈາກເອົາຊະນະຄະແນນ ຈອນ ໄຣເດີ ອັງກິດແບບເປັນເອກກະພາບ ໃນການຊົກມວຍທີ່ເມືອງ ກວາດາລາຮາຣາ ປະເທດເມັກຊິໂກ ໃນວັນທີ 6 ພຶດສະພານີ້.
ການຊົກຄັ້ງນີ້ ອັລບາເລດ ຊະນະດ້ວຍຄະແນນ 118-109, 118-109 ແລະ 120-107, ເຮັດໃຫ້ ອັລບາເລດ ສາມາດປ້ອງກັນແຊ້ມສະມາຄົມມວຍໂລກ. (WBA), ສະພາມວຍໂລກ (WBC), ອົງການມວຍໂລກ (WBO) ແລະ ສະຫະພັນມວຍສາກົນ (IBF) ເອົາໄວ້ໄດ້.
ສ່ວນສະຖິຕິການຊົກມວຍອາຊີບຂອງ ກາເນໂລ ອັລບາເຣສ ຂື້ນເວທີແລ້ວ 63 ຄັ້ງ, ຊະນະ 59 ຄັ້ງ (ນ໊ອກ 39 ຄັ້ງ), ສະເໝີ 2 ຄັ້ງ, ເສຍ 2 ຄັ້ງ. ເຊິ່ງຫລັງຈົບການແຂ່ງຂັນ ກາເນໂລ ອັລບາເຣສ ກ່າວ “ຂ້ອຍມີຄວາມສຸກກັບການຊົກມວຍ ຂ້ອຍຊະນະ ແລະ ດີໃຈທີ່ຜູ້ຄົນໄດ້ຊົມການຊົກທີ່ສຸດຍອດແບບນີ້ ”.

