ເຊວຊີ ເປີດບ້ານຊະນະ ດັອດມຸນ 2-0 ຜົນປະຕູລວມ 2-1 ເຂົ້າຮອບ 8 ທີມ UCL ໄດ້ສຳເລັດ

ຢູຟາ ແຊ້ມປ້ຽນລີກ 2022/23 ຮອບ 16 ທີມສຸດທ້າຍ ລະຫວ່າງ ເຊວຊີ ຂອງ ພຣີເມຍລີກ ອັງກິດ ຕ້ອນຮັບ ໂບຣຸສເຊຍ ດັອດມຸນ ຈາກ ບຸນເດສລິກາ ເຢຍລະມັນ ໂດຍຝ່າຍ “ເສືອເຫລືອງ ຖືຄວາມໄດ້ປຽບກ່ອນ. ຫລັງເປີດບ້ານເອົາຊະນະ “ສິງຍຣູ” 1-0 ໃນເກມນັດທໍາອິດ.
ເຊວຊີ ເກືອບໄດ້ປະຕູຂຶ້ນນຳໃນນາທີ 28 ຫລັງຈາກ ໄຄ ຮາແວດ ເຂົ້າໄປຍິງຕຳເສົາ ແລະ ອີກຄັ້ງໃນນາທີ 38 ຈາກ ໄຄ ຮາແວດ ຄົນເກົ່າຍິງເຂົ້າໄປແລ້ວ ແຕ່ຜູ້ຕັດສິນຊີ້ວ່າມີການລ້ຳໜ້າ, ກ່ອນສຸດທ້າຍເຈົ້າບ້ານຈະມາຂຶ້ນນຳ 1-0 ໃນນາທີ 43 ຈາກຈັງຫວະຂອງ ເບນ ຊິວເວວ ຕັດບານໃຫ້ ຣາຮີມ ສະເຕີລິງ ບຸກເຂົ້າໄປຍິງ.
ເລີ່ມເກມມາໃນເຄິ່ງເວລາທີ 2 ເຊວຊີ ກໍ່ມາໄດ້ຈຸດໂທດຫລັງ ມາຣິ ອຸສ ວູຟ ກອງຫລັງ ດັອດມຸນ ເຮັດບານຖືກມືໃນກອບເຂດໂທດ ກ່ອນ ໄຄ ຮາເເວດ ຈະຍິງຈຸດໂທດເຂົ້າໄປໃນນາທີ 53 ສົ່ງໃຫ້ ເຊວຊີ ໜີຫ່າງເປັນ 2-0 ໃນເກມນີ້.
ຈົບເກມເປັນທາງ ເຊວຊີ ທີ່ເປີດບ້ານເອົາຊະນະ ໂບຣຸສເຊຍ ດັອດມຸນ 2-0 ຜ່ານເຂົ້າຮອບ 8 ທີມສຸດທ້າຍ ຢູຟາ ແຊ້ມປ້ຽນລີກ 2022/23 ດ້ວຍຄະແນນລວມທັງສອງນັດ ເຊວຊີ ເອົາຊະນະ ດອດມຸນ 2-1.

