ແຂວງໄຊສົມບູນ ຮ່ວມກັບ ແຂວງວຽຽງຈັນ ຈັດພິທີສົ່ງຮ່າງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫລະຊີວິດປາງສົງຄາມ

ວັນທີ 5 ພຶດສະພາ 2023 ນີ້, ທີ່ເດີ່ນບິນເກົ່າເມືອງລ້ອງແຈ້ງ ແຂວງໄຊສົມບູນ ໄດ້ຈັດພິທີສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫລະຊີວິດປາງສົງຄາມ ຢູ່ແຂວງໄຊສົມບູນ ແລະ ແຂວງວຽງຈັນ ມີທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະປະຕິບັດງານພິເສດ ແຂວງໄຊສົມບູນ, ແຂວງວຽງຈັນ ແລະ ແຂວງເຫງະອານ ສສ ຫວຽດນາມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ກ່ອນເຂົ້າສູ່ພິທີທາງສາສະໜາ ທ່ານ ພັອ ໝອນຄໍາ ດວງສະຫວັນ ຫົວໜ້າການເມືອງ ກອງບັນຊາການທະຫານ ແຂວງໄຊສົມບູນ ໄດ້ລາຍງານຜົນການຊອກຄົ້ນ, ຂຸດຄົ້ນຮ່າງອັດຖິນັກຮົບວິລະນາມ ໃນຊ່ວງລະດູແລ້ງ ຂອງສົກປີ 2022-2023 ນີ້. ໂດຍຄະນະປະຕິບັດງານພິເສດຂອງທັງສອງແຂວງ ໄດ້ເອົາໃຈໃສ່ສົມທົບກັບຄະນະປະຕິບັດງານພິເສດ ແຂວງເຫງະອານ ໃນການຊອກຄົ້ນ, ຂຸດຄົ້ນ ຊຶ່ງສາມາດຂຸດຄົ້ນໄດ້ທັງໝົດ 19 ຮ່າງອັດຖິ. ໃນນີ້ ຢູ່ແຂວງໄຊສົມບູນ 12 ຮ່າງອັດຖິ; ແຂວງວຽງຈັນ 7 ຮ່າງ. ຈາກນັ້ນ ໄດ້ດຳເນີນພິທີທາງສາສະໜາ ພ້ອມທັງກ່າວບົດສະດຸດີ, ວາງພວງມາລາ, ຈູດທູບ, ທຽນ ເພື່ອໄຫວ້ອາໄລເຖິງດວງວິນຍານຂອງເຫຼົ່າທະຫານດັ່ງກ່າວ. ໂດຍພິທີໃນຄັ້ງນີ້ ກໍເພື່ອເປັນການຈັດສົ່ງບັນດາຮ່າງອັດຖິດັ່ງກ່າວກັບຄືນປະເທດ ທັງຍັງເປັນການຈາລຶກ, ສັນລະເສີນຄຸນງາມຄວາມດີ ຂອງເຫຼົ່າທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ທີ່ໄດ້ເສຍສະຫະຊີວິດ ໃນການຕໍ່ສູ້ກູ້ຊາດ ຢ່າງຄຽງບ່າຄຽງໄຫຼ່ກັບທະຫານ ແລະ ປະຊາຊົນລາວ ເພື່ອນໍາເອົາຄວາມເປັນເອກະລາດ ແລະ ອິດສະລະພາບ ມາໃຫ້ປະເທດລາວ
ພາບຂ່າວ: ແຂວງໄຊສົມບູນ

