ຊຽງຂວາງຈະນໍາໃຊ້ງົບປະມານຈັດກິລາແຫ່ງຊາດຢ່າງປະຢັດ

ທ່ານ ບຸນຕົ້ນ ຈັນທະພອນ ເຈົ້າແຂວງຊຽງຂວາງ ໄດ້ໃຫ້ສໍາພາດວ່າ: ພາຍຫລັງລັດຖະບານໄດ້ອະນຸມັດງົບປະມານ 47 ຕື້ກີບ ເພື່ອໃຫ້ແຂວງຂອງຕົນນໍາໃຊ້ເຂົ້າໃນການຈັດງານມະຫາກໍາກິລາແຫ່ງຊາດຄັ້ງທີ XIໃນລະຫວ່າງວັນທີ22 ມີນາ-1 ເມສາ 2020ໄປຄ່ຽງຄູ່ກັບການຈັດສະເຫລີມສະຫລອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 65 ປີ ແລະການສະເຫລີມສະຫລອງທົ່ງໄຫຫີນຊຽງຂວາງເຂົ້າເປັນມໍລະດົກໂລກ, ເຊິ່ງແຂວງຂອງຕົນຈະນໍາໃຊ້ງົບປະມານດັ່ງກ່າວຢ່າງປະຢັດມັດທະຢັດ, ຖືກຕ້ອງຕາມລະບຽບການທີ່ກະຊວງການເງິນວາງອອກ, ສາມາດກວດສອບກວດກາໄດ້ແລະໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍພັກ-ລັດວາງໄວ້.ມາຮອດປັດຈຸບັນໄດ້ຈ່າຍເຂົ້າໃນການກະກຽມວຽກງານຂອງອະນຸກໍາມະການຕ່າງໆແລ້ວ19 ຕື້ກວ່າກີບ.

