ປີ 2023 ນີ້ ເສດຖະກິດສິງກະໂປມີທ່າອ່ຽງດີຂຶ້ນ ຢ່າງໜ້ອຍ 0,5% – 2,5%.

ຂ່າວຕ່າງປະເທດລາຍງານ ເມື່ອທ້າຍອາທິດຜ່ານມາ ທ່ານ ລີ ຊຽນລຸງ ນາຍົກລັດຖະມົນຕີສິງກະໂປ ໄດ້ກ່າວເຖິງສະຖານະການທາງດ້ານເສດຖະກິດຂອງປະເທດວ່າ ອັດຕາເງິນເຟີ້ພາຍໃນປະເທດໜ້າຈະມີທ່າອ່ຽງດີຂຶ້ນໃນໄລຍະ 6 ເດືອນທ້າຍປີ 2023 ເນື່ອງຈາກງົບປະມານ ແລະ ການໃຊ້ຈ່າຍໃນຫຼາຍສ່ວນສາມາດບໍລິຫານຈັດການໄດ້ ຊຶ່ງຈະຊ່ວຍໃຫ້ສິງກະໂປສາມາດເອົາໂຕລອດຈາກພາວະເສດຖະກິດຖົດຖອຍໄດ້.

ເຖິງຢ່າງໃດກໍຕາມ, ທ່ານ ລີ ຊຽນລຸງ ຊີ້ໃຫ້ເຫັນວ່າ ປັດໄຈພາຍນອກຍັງຄົງຜັນຜວນ ໂດຍສະເພາະຄວາມຂັດແຍ່ງທາງດ້ານພູມສາດການເມືອງຫຼາຍພື້ນທີ່ໃນໂລກບວກກັບການທີ່ເສດຖະກິດຂອງກຸ່ມປະເທດຂະໜາດໃຫຍ່ຫຼາຍແຫ່ງໃນໂລກຍັງຄົງຢູ່ໃນພາວະສ່ຽງຕໍ່ການຖົດຖອຍ ແລະ ທະນາຄານກາງຂອງຫຼາຍປະເທດຍັງຄົງເດີນໜ້າປັບເພີ່ມອັດຕາດອກເບ້ຍ ເພື່ອຄວບຄຸມພາວະເງິນເຟີ້ພາຍໃນປະເທດຂອງຕົນເອງ.

ເຖິງແມ່ນວ່າ, ສິງກະໂປຈະເປັນປະເທດຂະໜາດນ້ອຍ ໂດຍມີພື້ນທີ່ພຽງ 733 ກິໂລຕາແມັດ ແລະ ປະຊາກອນປະມານ 5,6 ລ້ານຄົນ ແຕ່ໂຕເລກລວມຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງສິງກະໂປມີມູນຄ່າສູງເຖິງ 700.000 ລ້ານໂດລາ ເມື່ອປີຜ່ານມາ ໂດຍອີງຕາມການຄາດຄະເນຂອງກອງທຶນເງິນຕາສາກົນ (IMF) ຫຼາຍຝ່າຍຈຶ່ງຍົກໃຫ້ເສດຖະກິດຂອງສິງກະໂປຄືໜຶ່ງໃນມາດຕາວັດສະພາບແວດລ້ອມຂອງເສດຖະກິດໂລກ.

ອີກຢ່າງໜຶ່ງ, ເສດຖະກິດຂອງສິງກະໂປຂະຫຍາຍຕົວ 3,6% ໃນປີ 2022 ຫຼຸດລົງຫຼາຍເມື່ອທຽບກັບສະຖິຕິ 8,9% ຂອງປີ 2021 ຂະນະທີ່ທະນາຄານກາງຂອງສິງກະໂປໄດ້ຄາດຄະເນທ່າອ່ຽງການຂະຫຍາຍຕົວທາງດ້ານເສດຖະກິດຂອງປະເທດໃນປີນີ້ໄວ້ຢູ່ລະຫວ່າງ 0,5% – 2,5%.

ຂ່າວ: ປະຊາຊົນ