ກົມກົມສວຍສາອາກອນ ເປີດຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ

ວັນທີ 28 ເມສາ ຜ່ານມາ, ກົມສ່ວຍສາອາກອນ ກະຊວງການເງິນ ໄດ້ເປີດຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ຂຶ້ນ ຢູ່ທີ່ກົມສ່ວຍສາອາກອນ ມີທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມສ່ວຍສາອາກອນ ເປັນປະທານ ມີບັນດາຄະນະພັກ ແລະ ພະນັກງານວິຊາການ ຂອງກົມສ່ວຍສາອາກອນເຂົ້າຮ່ວມ.

ທ່ານ ບຸນປະເສີດ ສີກຸນລະບຸດ ໄດ້ກ່າວວ່າ: ຈຸດປະສົງຂອງການແຂ່ງຂັນຮັກຊາດ ແລະ ພັດທະນາ ຂອງກົມສ່ວຍສາອາກອນ ແມ່ນເພື່ອປຸກລະດົມເຕົ້າໂຮມກຳລັງແຮງ ຂອງທຸກພະແນກອ້ອມຂ້າງກົມ, ເຊີດຊຸມູນເຊື້ອຮັກຊາດ, ຄວາມພິລະອາດຫານ, ນໍ້າໃຈດຸໝັ່ນ, ປະຢັດ, ຊື່ສັດ, ອົດທົນ, ປະດິດສ້າງ, ເສີມຂະຫຍາຍມູນເຊື້ອອັນດີງາມ, ແຂ່ງຂັນກັນປະຕິບັດສອງໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ສູ້ຊົນປະຕິບັດບັນດາຄາດໝາຍທີ່ຄະນະພັກ-ຄະນະນຳກະຊວງການເງິນວາງອອກແຕ່ລະໄລຍະ ເປັນຕົ້ນແມ່ນ ລາຍຮັບງົບປະມານໃຫ້ໄດ້ຕາມຄາດໝາຍ ແລະ ລື່ນຄາດໝາຍທີ່ວາງເອົາໄວ້, ຄຸ້ມຄອງການຮົ່ວໄຫລງົບປະມານໃນການບັງຄັບໃຊ້ກົດໝາຍ, ເພື່ອເຮັດໃຫ້ມະຕິກອງປະຊຸມຄະນະພັກຮາກຖານກົມ, ບັນດາແຜນຈຸດສຸມ ແລະ ຄາດໝາຍສູ້ຊົນຂອງກົມ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ແລະ ບົນຈິດໃຈ ມີຂະບວນການແຂ່ງຂັນຢ່າງຟົດຟື້ນແຂງແຮງ ແນໃສ່ເຮັດໃຫ້ທິດທາງແຜນການຂອງກົມສ່ວຍສາອາກອນ ປະກົດຜົນເປັນຈິງ, ເພື່ອເປັນການສົ່ງເສີມ, ຊຸກຍູ້ ວຽກດີ-ຄົນເດັ່ນ ໂດຍຜ່ານຂະບວນການແຂ່ງຂັນ ແລະ ຍ້ອງຍໍ ທີ່ມີການຈັດຕັ້ງ, ມີເນື້ອໃນ ແລະ ຄາດ ໝາຍສູ້ຊົນຈະແຈ້ງ, ເພື່ອເສີມຂະຫຍາຍສະຕິປັນຍາ, ຫົວຄິດປະດິດສ້າງຂອງພະນັກງານປະກອບສ່ວນເຂົ້າໃນວຽກງານສ່ວຍສາອາກອນໄດ້ຮັບການພັດທະນາດີຂຶ້ນ. ເພື່ອຈົດຈໍາບຸນຄຸນ ແລະ ສືບທອດຄຸນງາມຄວາມດີ, ຜົນງານຂອງບຸກຄົນ ແລະ ການຈັດຕັ້ງ ທີ່ໄດ້ອຸທິດສະຕິປັນຍາ, ເຫື່ອແຮງຂອງຕົນໃຫ້ແກ່ພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາປະເທດຊາດ, ທັງເປັນການກະຕຸກຊຸກຍູ້ໃຫ້ພະນັກງານທຸກຄົນ ມີການແຂ່ງຂັນກັນ, ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດຮ່ວມກັນ, ທັງເປັນການຍ້ອງຍໍສັນລະເສີນຄຸນງາມຄວາມດີ ຂອງບຸກຄົນ ແລະ ການຈັດຕັ້ງ ປະກອບສ່ວນໃນວຽກງານສ່ວຍສາອາກອນ ຜູ້ທີ່ມີຜົນງານດີເດັ່ນແທ້ໆ, ຜູ້ທີ່ເຮັດແທ້ທໍາຈິງ, ຫຼີກລ້ຽງການຍ້ອງຍໍສັນລະເສີນແບບສະເລ່ຍ ເຮັດແບບຟ້າວຟັງບໍ່ຊັດເຈນ, ແຕ່ລະພະແນກ ຕ້ອງກຳໄດ້ສະພາບພະນັກງານ ແລະ ສາມາດຕີລາຄາ ປະເມີນບຸກຄົນ ໃຫ້ເຫັນຜົນງານຊັດເຈນ ແລະ ເປັນຮູບປະທຳ.

ສໍາລັບເນື້ອໃນຂໍ້ແຂ່ງຂັນຂອງກົມສ່ວຍສາອາກອນ ປະກອບມີ: ນຳພາດ້ານການເມືອງ-ແນວຄິດ ໃຫ້ສະມາຊິກພັກ-ພະນັກງານ ມີຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ມີວິໄນ, ຈັນຍາບັນ. ຮັບປະກັນໃນການຄຸ້ມຄອງເກັບລາຍຮັບ ໃຫ້ມີທ່າອ່ຽງເພີ່ມຂຶ້ນ. ຈັດຕັ້ງປະຕິບັດຄໍາສັ່ງ ເລກທີ 40/ນຍ; ສູ້ຊົນສ້າງ ແລະ ປັບປຸງກົດໝາຍ, ນິຕິກໍາໃຕ້ກົດໝາຍ, ກົນໄກຕ່າງໆ ຕໍ່ຜູ້ເສຍອາກອນ, ຫັນການຄຸ້ມຄອງອາກອນໄປສູ່ ລະບົບທັນສະໄໝ, ປັບປຸງກົນໄກການຄຸ້ມຄອງຜູ້ເສຍອາກອນ ໄປຕາມແຜນປະຕິຮູບຂະແໜງສ່ວຍສາອາກອນ ແລະ ແຜນຍຸທະສາດການເງິນ ປີ 2021-2025, ສືບຕໍ່ພົວພັນຮ່ວມມືກັບພາກພື້ນ ແລະ ສາກົນ. ປັບປຸງ ການບໍລິການຜູ້ເສຍອາກອນໃຫ້ມີຄວາມສະດວກ, ເພີ່ມທະວີ ປັບປຸງວຽກງານຝຶກອົບຮົມຂອງຂະແໜງ ສ່ວຍສາອາກອນ ໃຫ້ມີຄວາມເຂັ້ມແຂງ.

ໃນໂອກາດດັ່ງກ່າວໄດ້ມອບໃບຍ້ອງຍໍໃຫ້ແກ່ພະນັກງານ-ລັດຖະກອນ ທີ່ມີຜົນງານໃນການປະຕິບັດວຽກງານ ປະຈຳປີ 2021 ປະເພດ 1 ມີຈຳນວນ 24 ຄົນ ຍິງ 10 ຄົນ, ປະເພດ 2 ມີ 44 ຄົນ ຍິງ 21 ຄົນ ແລະ ປະເພດ 3 ມີ 15 ຄົນ ຍິງ 2 ຄົນ ມອບທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມສ່ວຍສາອາກອນ.