ປຶກສາຫາລື ອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ເພື່ອດຶງດູດການລົງທຶນ ແລະ ເງິນຕາຈາກຕ່າງປະເທດ ໃຫ້ຫລາຍຂຶ້ນ

ວັນທີ 14 ພະຈິກ 2023, ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຈັດກອງປະຊຸມ ເພື່ອປຶກສາຫາລືແກ້ໄຂບັນຫາ ທ່າບົກ ໂດຍການເປັນປະທານ ຂອງທ່ານ ສະເຫລີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ.
ກອງປະຊຸມຄັ້ງນີ້ ແມ່ນເພື່ອລາຍງານຜົນການປຶກສາຫາລືແກ້ໄຂບັນຫາ ທ່າບົກ ທີ່ໄດ້ເປັນເອກະພາບກັບຂະແໜງການລັດ ທີ່ກ່ຽວຂ້ອງ ແລະ ໃຫ້ຜູ້ພັດທະນາທ່າບົກ 3 ແຫ່ງ (ທ່ານາແລ້ງ, ສະຫວັນນະເຂດ ແລະ ວັງເຕົ່າ).
ທ່ານ ສະເຫລີມໄຊ ກົມມະສິດ ມີຄຳເຫັນວ່າ: ວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ແມ່ນພາລະບົດບາດສໍາຄັນຕໍ່ການພັດທະນາເສດຖະກິດ-ສັງຄົມ ຊຶ່ງແມ່ນວຽກຈຸດສຸມ ຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໂດຍມີຈຸດປະສົງເພື່ອຫຼຸດຜ່ອນເວລາ ແລະ ຕົ້ນທຶນທາງດ້ານການຄ້າ ແລະ ການຂົນສົ່ງ ແລະ ເພີ່ມຄວາມອາດສາມາດໃນການແຂ່ງຂັນຂອງ ສປປ ລາວ, ວຽກງານອໍານວຍຄວາມສະດວກທາງການຄ້າ ແລະ ການຂົນສົ່ງ ຍັງເປັນໜຶ່ງໃນບັນຫາເຄັ່ງຮ້ອງຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ຊຶ່ງລັດຖະບານໄດ້ມີທິດຊີ້ນໍາໃຫ້ຄະນະກໍາມະການ ຄົ້ນຄວ້າແກ້ໄຂບັນຫາທີ່ກ່ຽວຂ້ອງ ເພື່ອສ້າງຄວາມສະດວກໃຫ້ແກ່ການນໍາເຂົ້າ-ສົ່ງອອກສິນຄ້າ ໃຫ້ມີຄວາມວ່ອງໄວ ແລະ ຫລຸດຜ່ອນການສິ້ນເປືອງໃຫ້ແກ່ພາກທຸລະກິດ ເພື່ອຈະເຮັດໄດ້ ແນວນັ້ນ ຈະຕ້ອງໄດ້ປັບປຸງຂັ້ນຂອດການບໍລິການຕ່າງໆຂອງພາກລັດ ແລະ ຜູ້ລົງທຶນ ຫຼື ຜູ້ພັດທະນາ (ທ່າບົກ, ລົດໄຟລາວ-ຈີນ ແລະ ອື່ນໆ) ໃຫ້ມີຄວາມສະດວກ, ຫລຸດຜ່ອນຄ່າໃຊ້ຈ່າຍ ແລະ ເວລາ ເພື່ອດຶງດູດການລົງທຶນ ແລະ ເງິນຕາຈາກຕ່າງປະເທດ ໃຫ້ຫລາຍຂຶ້ນ ແລະ ເພື່ອປະກອບສ່ວນໃຫ້ ສປປ ລາວ ກາຍເປັນໃຈກາງບໍລິການດ້ານໂລຈິສະຕິກຂອງພາກພື້ນ ໃນອະນາຄົດ.
ຜ່ານມາລັດຖະບານ ໄດ້ອອກ ແຈ້ງການຫລາຍສະບັບ ເພື່ອໃຫ້ກໍາມະການພວກເຮົາຄົ້ນຄວ້າແກ້ໄຂບັນຫາຂອງທ່າບົກ ພ້ອມດຽວກັນ ໃນກອງປະຊຸມຄັ້ງປະຖົມມະລຶກຂອງກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ທົ່ວປະເທດ ໃນວັນທີ 21 ມິຖຸນາ 2023, ບັນຫາທ່າບົກເປັນປະເດັນຫລັກທີ່ໄດ້ຍົກຂື້ນມາປຶກສາຫາລື ຊຶ່ງໄດ້ມອບໃຫ້ກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ສົມທົບກັບພາກສ່ວນກ່ຽວຂ້ອງລົງເກັບກໍາລະອຽດ ແລະ ປຶກສາຫາລືໃຫ້ເປັນເອກະພາບກ່ຽວກັບວິທີແກ້ໄຂບັນຫາ.

