ເນມາ ເຜີຍຍ້າຍໄປ ປາຣິສ ແຊັງແຊັກແມັງ ເພາະເຊື່ອວ່າມີໂອກາດຄວ້າແຊ໊ມ ຢູຟາ ແຊ໊ມປຽນລີກ ຫຼາຍກວ່າ ບາເຊໂລນາ

ເນມາ ກອງໜ້າຊາວ ບຣາຊິລ ອອກມາເປີດເຜີຍ ເຖິງສາເຫດທີ່ລາວເລືອກທີ່ຈະຍ້າຍອອກຈາກທີມ ບາເຊ ໂລນາ ມ່າຮ່ວມທີມ ປາຣິສ ແຊັງແຊັກແມັງ ເພາະເຊື່ອ ໝັ້ນວ່າ ປາຣິສ ແຊັງແຊັກແມັງ ມີໂອກາດໄດ້ແຊ໊ມ ຢູຟາ ແຊ໊ມ ປຽນລີກ ຫຼາຍກວ່າ ບາເຊໂລ ນາ. ນອກຈາກນີ້ ເນມາ ຍັງ ບອກອີກວ່ານັກເຕະຫຼາຍຄົນ ໃນທີມ ປາຣິສ ແຊັງແຊັກແມັງ ຜ່ານການສຳຜັດຂັນແຊ໊ມມາ ແລ້ວທັງໂຕລາວເອງ, ດານີ ອັນເວສ, ອັງເຄິນ ດິມາເຣຍ ລວມເຖິງ ຕິອາໂກ ມັອດຕາ ເຊິ່ງລາວກໍເຊື່ອວ່າປະສົບການຈະພາທີມໄປສູ່ຄວາມສຳເລັດ.
ສຳລັບ ເນມາ ນັ້ນໄດ້ ຍ້າຍອອກຈາກ ບາເຊໂລນາ ດ້ວຍຄ່າໂຕສະຖິຕິໂລກ 222 ລ້ານເອີໂຣ ຫຼື 198 ລ້ານປອນ ໃນວັນທີ 3 ສິງຫາຕາມເວລາ ທ້ອງຖິ່ນ ໂດຍຝາກຜົນງານ ຍິງປະຕູໄວ້ໃນຖິ່ນຄຳນູ 105 ປະຕູ ລວມທຸກລາຍການ. ສຳ ລັບຜົນງານຮັບໃຊ້ຕົ້ນສັງກັດ ໃໝ່ຢ່າງ ປາຣິສ ແຊັງແຊັກ ແມັງ ລາວເອງລົງສະໜາມ ໄປ 4 ນັດ ຍິງໄປ 4 ປະຕູ ແລະ ສົ່ງໃຫ້ໝູ່ຍິງອີກ 4 ຄັ້ງ.

