ຊາຣີ ອັບເດດອະນາຄົດ ອິກວາອິນ ໝັ້ນໃຈຂໍສອງປີພາໃກ້ ແມນຊິຕີ້-ລິເວີພູລ

ເມົາຣິຊິໂອ ຊາຣີ ຜູ້ຈັດການທີມ ເຊລຊີ ຍອມຮັບຢາກໃຫ້ ກອນຊາໂລ່ ອິກວາອິນ ຢູ່ກັບທີມຕໍ່ໄປໃນລະດູການໜ້າ ພ້ອມປົກປ້ອງວ່າ ການຈະປັບຕົວໃຫ້ເຂົ້າກັບເກມ ພຣີເມຍລີກ ມັນບໍ່ງ່າຍ ກ່ອນປິດທ້າຍວ່າ: ຂໍເວລາສອງປີຈະພາ ເຊລຊີ ເຂົ້າໄປໃກ້ຄຽງກັບ ແມນເຊັສເຕີ ຊິຕີ້ ແລະ ລິເວີພູລ.
ກອນຊາໂລ່ ອິກວາອິນ ຫົວຫອກຊາວອາເຈນຕິນາ ທີ່ເຊລຊີ ຢືມຕົວມາຈາກ ຢູເວນຕຸສ ໃນເດືອນມັງກອນ ໂດຍຍິງໄປ 4 ປະຕູ ຈາກ 14 ເກມໃຫ້ ເຊລຊີ ແລະ ເກມຫລ້າສຸດ ທີ່ສະເໝີກັບ ແມນເຊັສເຕີ ຢູໄນເຕັດ 1-1 ທີ່ສະໜາມໂອລ ແທຣບຟອດ ບໍ່ໄດ້ສ້າງຄວາມປະທັບໃຈໃຫ້ແຟນໆເທົ່າໃດ.
ຫລັງຈົບເກມ ນັກຂ່າວໄດ້ຕັ້ງຄຳຖາມເລື່ອງອະນາຄົດຂອງ ອິກວາອິນ ວ່າຈະຢູ່ກັບ ເຊລຊີ ຕໍ່ໄປ ຫລື ບໍ່ ໂດຍ ເມົາຣິຊິໂອ ຊາຣີ ຜູ້ຈັດການທີມເຊລຊີ ໄດ້ຕອບວ່າ: “ໃນທາງເລີກດີກໍແນ່ນອນ” ກ່ອນຈະປົກປ້ອງລູກທີມຄົນຮັກວ່າ: ການປັບຕົວທີ່ອັງກິດມັນບໍ່ແມ່ນເລື່ອງງ່າຍ.
ນອກຈາກນີ້ ອະດີດຜູ້ຈັດການທີມນາໂປລີ ຍັງໝັ້ນໃຈວ່າຂໍເວລາ 2 ປີຈະພາ ເຊລຊີ ຫລຸດຊ່ອງຫວ່າງກັບ ແມນເຊັສເຕີ ຊິຕີ້ ແລະ ລິເວີພູລ.

