ໄລຍະ 9 ປີ ສປປ ລາວ ໄດ້ຮັບຄວາມເສຍຫາຍ ຈາກໄຟໄໝ້ລາມປະມານ 323.500 ເຮັກຕາ

ອີງຕາມຂໍ້ມູນຈາກກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ຮູ້ກ່ຽວກັບຄວາມເສນຫາຍຈາກໄຟໄໝ້ລາມປ່າຢູ່ ສປປ ລາວ ໃນໄລຍະ10 ປີ (ປີ 2014 – ປີ 2022 ) ຜ່ານມາ ລະອຽດມີດັ່ງນີ້:
– ປີ 2014 ໄຟໄໝ້ລາມປ່າ ກວມເນື້ອທີ່ 6.275 ເຮັກຕາ.
– ປີ 2015 ໄຟໄໝ້ລາມປ່າ ກວມເນື້ອທີ່ 23.370 ເຮັກຕາ.
– ປີ 2016 ໄຟໄໝ້ລາມປ່າ ກວມເນື້ອທີ່ 65.656 ເຮັກຕາ.
– ປີ 2017 ໄຟໄໝ້ລາມປ່າ ກວມເນື້ອທີ່ 6.548 ເຮັກຕາ.
– ປີ 2018 ໄຟໄໝ້ລາມປ່າ ກວມເນື້ອທີ່ 4.356 ເຮັກຕາ.
– ປີ 2019 ໄຟໄໝ້ລາມປ່າ ກວມເນື້ອທີ່ 1.285 ເຮັກຕາ.
– ປີ 2020 ໄຟໄໝ້ລາມປ່າ ກວມເນື້ອທີ່ 6.328 ເຮັກຕາ.
– ປີ 2021 ໄຟໄໝ້ລາມປ່າ ກວມເນື້ອທີ່ 209.682 ເຮັກຕາ, ຊຶ່ງໄດ້ຮັບຜົນກະທົບຫຼາຍກວ່າໝູ່ແມ່ນຢູ່ແຂວງອຸດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ, ຫຼວງພະບາງ ແລະ ໄຊຍະບູລີ.
– ປີ 2022 ໄຟໄໝ້ລາມປ່າ ກວມເນື້ອທີ່ 2.886 ເຮັກຕາ.
ສ່ວນສະພາບໄຟໄໝ້ລາມປ່າໃນຕົ້ນປີ 2023 ນີ້: ໄຟໄໝ້ລາມປ່າທີ່ເກີດຂຶ້ນຜົນເດັ່ນ ແມ່ນຕັ້ງແຕ່ເດືອນມີນາ ເປັນຕົ້ນມາ ເຊີ່ງເກີດຂຶ້ນຢູ່ຫລາຍແຂວງ ເປັນຕົ້ນ: ແຂວງອຸດົມໄຊ, ຫລວງພະບາງ, ຫລວງນໍ້າທາ, ຫລວງພະບາງ, ຫົວພັນ, ໄຊຍະບູລີ, ນະຄອນຫລວງວຽງຈັນ, ບໍລິຄໍາໄຊ, ແຂວງວຽງຈັນ ແລະ ອື່ນໆ. ເຊີ່ງປັດຈຸບັນ ກະຊວງກະສິກໍາ ແລະ ປ່າໄມ້ ພວມເລັ່ງເກັບກໍາຂໍ້ມູນຜົນເສຍຫາຍຕົວຈິງໃຫ້ລະອຽດຊັດເຈນ.
ສໍາລັບສາເຫດຕົ້ນຕໍທີ່ພາໃຫ້ເກີດມີໄຟໄໝ້ລາມປ່າໃນຂອບເຂດທົ່ວປະເທດ ແມ່ນຍ້ອນກິດກໍາຂອງມະນຸດ ໂດຍເຈດຕະນາ ແລະ ບໍ່ເຈດຕະນາ, ໂດຍສະເພາະແມ່ນ 1). ບຸກເບີກ ແລະ ຫັນປ່ຽນພື້ນທີ່ປ່າໄມ້ ເພື່ອເຮັດການຜະລິດກະສິກຳ ໂດຍສະເພາະແມ່ນຈູດໄຮ່ເພື່ອປູກເຂົ້າ, ປູກມັນຕົ້ນ, ຢາງພາລາ ແລະ ພືດເສດຖະກິດອື່ນໆ, 2). ຈູດປ່າເພື່ອຊອກຢູ່ຫາກິນໃນປ່າ ເຊັ່ນ: ລ່າສັດ ແລະ 3). ຈູດຄັງເພື່ອຂະຫຍາຍພື້ນທີ່ລ້ຽງສັດ ແລະ ອື່ນໆ. ພ້ອມດຽວກັນນັ້ນ, ສະພາບການປ່ຽນແປງດິນຟ້າອາກາດ (ໂດຍສະເພາະ ຝົນຕົກຊ້າ) ໃນປີ 2023 ນີ້ ເຮັດໃຫ້ພື້ນທີ່ປ່າໄມ້ ມີຄວາມແຫ້ງແລ້ງ, ກິ່ງໄມ້, ໃບໄມ້ ທີ່ຕາຍ ແລະ ຫ່ຽວແຫ້ງ ສາມາດກາຍເປັນເຊື້ອເພີງໄດ້.

